ຄະນະນໍາ ຈໍາປາສັກ-ກອງທັບ ຊີ້ແຈງເຫດວຸ້ນວາຍທ້າຍເກມ ກອງທັບ ສະເໝີ ຈຳປາສັກ 0-0 ນັດປະເດີມສະໜາມກິລາແຫ່ງຊາດ

ພາຍຫຼັງທີ່ເກີດເຫດການສັບສົນວຸ້ນວາຍ ເມື່ອສໍາເລັດການແຂ່ງຂັນບານເຕະຊາຍ ສາຍ ງ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ແຂວງຈໍາປາສັກ ພົບກັບ ກະຊວງປ້ອນກັນປະເທດ ແລະ ມີເຫດການສັບສົນຕອນທ້າຍເກມການແຂ່ງຂັນໜ້ອຍໜຶ່ງ ຊຶ່ງມີບຸກຄົນຜູ້ທີ່ເຫັນເຫດການຖ່າຍເປັນຄລິບລົງໃນສື່ສັງຄົມອອນລາຍ ເຮັດໃຫ້ຜູ້ຊົມ ແລະ ສັງຄົມເຂົ້າໃຈຜິດ ພ້ອມທັງວິພາກວິຈານໄປຕ່າງໆນາໆ.
ຍ້ອນແນວນັ້ນ, ໃນບ່າຍວັນທີ 13 ພະຈິກ 2025 ນີ້, ທ່ານ ວິລະສິດ ສຸນາແກ້ວວົງສາ ຄູຝຶກກິລາບານເຕະແຂວງຈໍາປາສັກ ແລະ ທ່ານ ວຽງສະຫວັນ ໄຊຍະບູນ ຄູຝຶກກິລາບານເຕະກອງທັບ ຈຶ່ງໄດ້ຮ່ວມກັນຊີ້ແຈງ ໂດຍມີ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ຫົວໜ້າອະນຸກໍາມະການເຕັກນິກວິຊາການ ແລະ ຄູຝຶກແຂວງຈໍາປາສັກ ແລະ ທ່ານ ພັນໂທ ແກ້ວສະຫວ່າງ ສະຕິທອງ ຫົວໜ້າກອງກິລາກອງທັບ ພ້ອມດ້ວຍຫົວໜ້າທີມ ແລະ ນັກກີລາທັງສອງຝ່າຍ ເຂົ້າຮ່ວມ.
ທ່ານ ວິລະສິດ ສຸນາແກ້ວວົງສາ ຄູຝຶກກິລາບານເຕະແຂວງຈໍາປາສັກ ຊີ້ແຈງວ່າ: ເຫດການເກີດຂຶ້ນໃນນາທີສຸດທ້າຍຂອງການຕໍ່ເວລາ, ນັກກິລາຈໍາປາສັກ ແລະ ນັກກິລາກອງທັບ ຕໍາກັນຈົນລົ້ມລົງ ພໍດີຄະນະກໍາການເປົ່າໝາກຫວີດໝົດເວລາ, ນັກກິລາຈໍາປາສັກ ກໍລຸກຂຶ້ນ ເພື່ອຍ່າງອອກຈາກເດີ່ນ ເຮັດໃຫ້ນັກກິລາກອງທັບ ເຂົ້າໃນຜິດຄິດວ່ານັກກິລາຈໍາປາສັກ ຈະລຸກມາຮ້າຍຕົນ ຈຶ່ງເກີດມີອາລົມ, ເມື່ອເຫັນແນວນັ້ນ ໝູ່ເພື່ອນນັກກິລາທັງ 2 ທີມ ເລີຍພາກັນແລ່ນເຂົ້າໄປຫ້າມ, ຕ່າງຝ່າຍຕ່າງຫ້າມກັນ ຈາກຈໍານວນໜ້ອຍເປັນຈໍານວນຫຼາຍ ເມື່ອມີຜູ້ຖ່າຍຄລິບລົງສື່ສັງຄົມອອນລາຍ ເຮັດໃຫ້ຜູ້ຊົມ ແລະ ສັງຄົມເຂົ້າໃຈຜິດ ພ້ອມທັງຕໍານິວິຈານຕ່າງໆນາໆ, ແຕ່ໂດຍລວມແລ້ວ ນັກກິລາ 2 ທີມ ບໍ່ໄດ້ມີການໃຊ້ກໍາລັງ ຫຼື ລົງມືຕົບຕີກັນແຕ່ຢ່າງໃດ.
ພ້ອມນີ້, ທ່ານ ວຽງສະຫວັນ ໄຊຍະບຸນ ຄູຝຶກກິລາບານເຕະກອງທັບ ກໍຢືນຢັນຕືາມວ່າ: ຫຼັງຈາກເກີດເຫດການດັ່ງກ່າວ, ຄະນະຄູຝຶກທັງ 2 ທີມ ກໍໄດ້ເຂົ້າໄປແຍກນັກກິລາອອກຈາກກັນ. ປັດຈຸບັນ ຄະນະຄູຝຶກ ແລະ ນັກກິລາທັງ 2 ທີມພວກເຮົາ ໄດ້ມີຄວາມເຂົ້າໃຈກັນ, ຮູ້ຈັກຮັກແພງກັນ, ຂໍໂທດຂໍອະໄພເຊິ່ງກັນ ແລະ ກັນເປັນທີ່ຮຽບຮ້ອຍແລ້ວ. ຍ້ອນແນວນັ້ນ ຈິ່ງຂໍໂທດຂໍອະໄພ ແລະ ຂໍໃຫ້ສັງຄົມ, ຜູ້ຊົມ - ຜູ້ເຊຍ ຮັບຮູ້ - ເຂົ້າໃຈຕາມນີ້.
ຕອນທ້າຍ, ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ຫົວໜ້າອະນຸກໍາມະການເຕັກນິກວິຊາການ ແລະ ຄູຝຶກແຂວງຈໍາປາສັກ, ທ່ານ ພັນໂທ ແກ້ວສະຫວ່າງ ສະຕິທອງຫົວໜ້າກອງກິລາກອງທັບ ກໍມີຄໍາເຫັນລັກສະນະດຽວກັນວ່າ: ພວກເຮົາໃນຖານະຕາງໜ້າການນໍານັກກິລາລາທັງ 2 ຝ່າຍ, ຍາມໃດກໍຖືສໍາຄັນ ແລະ ປະຕິບັດຕາມຄໍາຂວັນທີ່ວ່າ ທະຫານ ກັບ ປະຊາຊົນ ຄືປາກັບນໍ້າ ແລະ ຈະສືບຕໍ່ຮັກແພງ - ສະໜິດສະໜົມກົມກຽວກັນຕະຫຼອດໄປ. ພ້ອມນີ້ ກໍຂໍຢືນຢັນ ແລະ ໃຫ້ຄໍາໜັ້ນສັນຍາວ່າ: ຕໍ່ໄປຈະເອົາໃຈໃສ່ສຶກສາອົມຮົບນັກກິລາ ໃຫ້ມີນໍ້າໃຈນັກກິລາ ແຂ່ງຂັນກິລາ ເພື່ອມິດຕະພາບ, ສຸຂະພາບ ແລະ ການພັດທະນາ ແລະ ຈະບໍ່ໃຫ້ມີບັນຫາແບບນີ້ເກີດຂຶ້ນອີກ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




