ການນຳຂັ້ນສູງພັກ-ລັດ ຮ່ວມຊົມຊ້ອມໃຫຍ່ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ໃນຕອນແລງຂອງວັນທີ 13 ພະຈິກ 2025,ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 (ນະຄອນຫຼວງວຽງຈັນ) ໄດ້ມີການສະແດງທົດລອງຝຶກຊ້ອມໃຫຍ່ເປັນ ຄັ້ງທີ 3 ແລະ ເປັນຄັ້ງສຸດທ້າຍ ກ່ອນພິທີທາງການຈະເປີດຂຶ້ນໃນວັນທີ 15 ພະຈິກ 2025, ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຄະນະກໍາມະການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບ, ຄູຝຶກ, ອະນຸກຳມະການແຕ່ລະພາກສ່ວນ, ກ້ອນກຳລັງຕ່າງໆ ແລະ ສື່ມວນຊົນ ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຊົມການສະແດງໂດດຈ້ອງ, ການສະແດງຮ້ອງເພງ, ກ້ອນຂະບວນຂອງນັກກິລາ ຂອງແຕ່ລະພາກສ່ວນ, ພິທີແລ່ນທວນໄຟ ແລະ ການສະແດງ, ພິທີຈູດອ່າງໄຟ, ພິທີປະຕິຍານຕົນຂອງກໍາມະການ ແລະ ນັກກິລາ, ລາຍ ການສະແດງສິລະປະ-ວັດທະນະທໍາ ເປັນຕົ້ນ: ບົດຟ້ອນ “ຍິນດີຕ້ອນຮັບສູ່ວຽງ ຈັນເກມ”; ບົດຟ້ອນ “ເຊີ້ງຊ່ວງເຮືອ”; ບົດເຕັ້ນ “ກິລາພາໃຫ້ຮ່າງກາຍເຂັ້ມແຂງ”; “ຟ້ອນລຳວົງລາວ-ເຕັນບາສະໂລບລາວ” ແລະ ຈົບລາຍການສະແດງຍິງບັ້ງໄຟດອກ.
ທັງນີ້,ກໍເພື່ອເປັນການກຽມຄວາມພ້ອມໃຫ້ແກ່ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ໃຫ້ອອກມາມີຄວາມເປັນເອກະພາບກັນ, ຖືກຕ້ອງ, ສົມບູນ, ມີຄວາມສວຍສົດງົດງາມທີ່ ສຸດອອກສູ່ສາຍຕາສັງຄົມ ກໍຄື ຜູ້ເຂົ້າຮ່ວມຊົມພາຍໃນສະໜາມ ແລະ ທາງບ້ານ ຜ່ານທາງອອກອາກາດສົດຈາກໂທລະພາບ.
ພາບ-ຂ່າວ: ແກ້ວ ອຸເພັດ (ຄວາມສະຫງົບ)
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026






