Skip to main content

ປະທານສະຫະພັນກິລາກະຕໍ້ ນວ ພໍໃຈຜົນງານ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ຈາກປະເພດຊິນລອນ

14/11/2025

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະຫະພັນກິລາກະຕໍ້ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດຕໍ່ນັກຂ່າວສຶກສາ, ວິທະຍາສາດ ແລະ ກິລາ ພວກເຮົາວ່າ: ໃນການເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຊິນລອນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງທຳການແຂ່ງຂັນລະຫວ່າງວັນທີ 11-13 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມໂອແລມປາເຊຍ (ວິທະຍາເຂດດົງໂດກ), ສະຫະພັນກິລາກະຕໍ້ ນວ ພວກເຮົາສົ່ງນັກກິລາລົງແຂ່ງຂັນຄົບ ທັງ 8 ລາຍການ, ຍິງ 4 ລາຍການ ປະກອບມີ: ລະດັບພື້ນຖານຊາຍ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານທ່າດຽວຊາຍ, ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຊາຍ, ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຍິງ, ລະດັບພື້ນຖານຫຼິ້ນທ່າດຽວກັນຍິງ, ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຍິງ ແລະ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຍິງ. ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກ 6 ພາກສ່ວນ ລວມທັງ ນວ ຂອງພວກເຮົາ ເຂົ້າຮ່ວມ ປະກອບມີ: ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງຈຳປາສັກ ແລະ ກະຊວງປ້ອງກັນປະເທດ.

ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາກະຕ້ໍຊິນລອນ ນວ ພວກເຮົາສ້າງຜົນງານໄດ້ຢ່າງໜ້າເພິ່ງພໍໃຈ ໂດຍຍາດມາໄດ້ 2 ຫຼຽນຄຳ ຈາກລາຍການ ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຊາຍ ແລະ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຊາຍ. ສ່ວນ 2 ຫຼຽນເງິນ ໄດ້ຈາກລາຍການ ລະດັບພື້ນຖານຊາຍ 1 ຄົນ ຫຼິ້ນ 1 ທ່າຊາຍ ແລະ ລະດັບພື້ນຖານຫຼິ້ນທ່າດຽວກັນຊາຍ. ຂະນະທີ່ອີກ 3 ຫຼຽນທອງ ໄດ້ຈາກລາຍການລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຍິງ, ລະດັບພື້ນຖານຫຼິ້ນທ່າດຽວກັນຍິງ ແລະ ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຍິງ.

ປະທານສະຫະພັນກິລາກະຕໍ້ ນວ ກ່າວອີກວ່າ: ຕໍ່ຜົນງານດັ່ງກ່າວ ຕ້ອງຂໍສະແດງຄວາມຂອບໃຈຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາທຸກຄົນ ທີ່ໄດ້ພ້ອມໃຈກັນທຸ້ມເທເຫື່ອແຮງ ແລະ ສຸມຈິດສຸມໃຈໃສ່ໃນການຝຶກຊ້ອມຢ່າງໜັກໜ່ວງ ຈົນສາມາດຍາດໄດ້ຫຼຽນລາງວັນແຕ່ລະລາຍການ. ຊຶ່ງຜົນງານຄັ້ງນີ້ ບໍ່ແມ່ນເປັນຂອງສະຫະພັນກິລາກະຕໍ້ ນວ ພຽງຢ່າງດຽວ ແຕ່ມັນແມ່ນຜົນງານລວມຂອງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຢ່າງສະໜິດແໜ້ນໃນການເປັນເຈົ້າພາບທີ່ດີ. ສະນັ້ນ, ຂໍເຊີນຮ່ວມພໍ່ແມ່ປະຊາຊົນຊາວ ນວ ທຸກທ່ານ ມາຮ່ວມຊົມຮ່ວມເຊຍ ບໍ່ວ່າຈະເປັນການຊົມຕິດຂອບສະໜາມ ກໍຄືຜ່ານທາງສື່ສັງຄົມອອນລາຍ ແລະ ຊ່ອງໂທລະພາບ ເພື່ອໃຫ້ກຳລັງໃຈນັກກິລານະຄອນຫຼຽງຂອງພວກເຮົາ ສາມາດສ້າງຜົນງານໄດ້ຕາມເປົ້າໝາຍ.

 

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ