ພິທີຂໍໄຟສັກສິດແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ

ພິທີຂໍໄຟສັກສິດໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ເລີ່ມຂຶ້ນຢ່າງເປັນທາງການແລ້ວ ໃນຕອນເຊົ້າວັນທີ 14 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຮັບການຈູດປະກາຍແປວໄຟສັກສິດຂອງ ທ່ານ ຮສ.ປອ ທອງສະລິດ ມັ່ງໜໍ່ແມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຮ່ວມ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ພ້ອມດ້ວຍບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ບັນດາຮອງເຈົ້າຄອງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຄະນະກົມ, ພະແນກການອ້ອມຂ້າງ, ພະນັກງານ, ທະຫານ-ຕຳຫຼວດ, ນັກຮຽນ ແລະ ພໍ່ແມ່ປະຊາຊົນຊາວ ນວ ເຂົ້າຮ່ວມຢ່າງຄຶກຄື້ນ.
ໃນການແຫ່ ແລະ ແລ່ນທວນໄຟສັກສິດ ເລີ່ມຂຶ້ນຈາກພຣະທາດຫຼວງວຽງຈັນ ໂດຍແມ່ນທ່ານ ຮສ.ປອ ທອງສະລິດ ມັ່ງໜໍ່ເມກ ຈັບແລ່ນສົ່ງຕໍ່ໃຫ້ ສະຫາຍ ປອ ອະນຸພາບ ຕຸນາລົມ ເລຂາຄະນະບໍລິຫານພັກ ນະຄອນຫຼວງວຽງຈັນ ສືບຕໍ່ແລ່ນສົ່ງຕໍ່ໃຫ້ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ກ່ອນຈະແລ່ນມອບສົ່ງຕໍ່ໃຫ້ຂະບວນຊາວໜຸ່ມສືບຕໍ່ແລ່ນມຸ້ງໜ້າສູ່ສະໜາມກິລາແຫ່ຊາດ (ຫຼັກ 16) ເພື່ອກຽມເປີດງານກິລາ “ນະຄອນຫຼວງວຽງຈັນ ເກມ 2025” ໃນວັນທີ 15 ພະຈິກນີ້ ຢ່າງເປັນທາງການ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມື ຈັດຕັ້ງປະຕິບັດໂຄງການ ITEAM3 ປັບປຸງຄຸນນະພາບການສຶກສາຄະນິດສາດປະຖົມ ທົ່ວປະເທດ
- ທັບນັກກິລາກະຕໍ້ ຈຳປາສັກ ພ້ອມ 100% ລຸຍຊີງແຊ້ມທົ່ວປະເທດ ພ້ອມຕັ້ງເປົ້າສູ້ຊົນຄວ້າແຊ້ມ ເພື່ອສ້າງສູ່ 2 ງານໃຫຍ່ລະດັບຊາດ
- ສສກ.ນວ ຈະສຸມໃສ່ຊ່ວຍເຫຼືອນັກຮຽນທຸກຍາກ ແກ້ໄຂບັນຫາການປະລະການຮຽນ ທົ່ວນະຄອນຫຼວງວຽງຈັນ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026








