ເລຂາທິການກະຕໍ້ຈຳປາສັກ ພໍໃຈຜົນງານ 2 ຫຼຽນຄຳ ປະເພດຊິນລອນ “ນະຄອນຫຼວງວຽງຈັນ ເກມ 2025”

ທ່ານ ໂອດານ ໄຊຍະລາດ ເລຂາທິການສະຫະພັນກິລາກະຕໍ້ແຂວງຈຳປາສັກ ໃຫ້ສຳພາດຕໍ່ນັກຂ່າວສຶກສາ, ວິທະຍາສາດ ແລະ ກິລາ ພວກເຮົາວ່າ: ໃນການເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຊິນລອນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງທຳການແຂ່ງຂັນລະຫວ່າງວັນທີ 11-13 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມໂອແລມປາເຊຍ (ວິທະຍາເຂດດົງໂດກ), ສະຫະພັນກິລາກະຕໍ້ແຂວງຈຳປາສັກ ພວກເຮົາສົ່ງນັກກິລາລົງແຂ່ງຂັນຄົບ ທັງ 8 ລາຍການ, ຍິງ 4 ລາຍການ ປະກອບມີ: ລະດັບພື້ນຖານຊາຍ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານທ່າດຽວຊາຍ, ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຊາຍ, ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຍິງ, ລະດັບພື້ນຖານຫຼິ້ນທ່າດຽວກັນຍິງ, ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຍິງ ແລະ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຍິງ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາກະຕ້ໍຊິນລອນແຂວງຈຳປາສັກ ພວກເຮົາສາມາດຍາດມາໄດ້ 2 ຫຼຽນຄຳ ຈາກລາຍການ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຍິງ ແລະ ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຍິງ. ສ່ວນ 2 ຫຼຽນເງິນ ໄດ້ຈາກລາຍການ ລະດັບພື້ນຖານຫຼິ້ນທ່າດຽວກັນຍິງ ແລະ ລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຍິງ. ຂະນະທີ່ 3 ຫຼຽນທອງ ໄດ້ຈາກລາຍການ ລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານຫຼິ້ນທ່າດຽວກັນຊາຍ ແລະ ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຊາຍ.
ເລຂາທິການສະຫະພັນກິລາກະຕໍ້ແຂວງຈຳປາສັກ ກ່າວອີກວ່າ: ຜົນງານຄັ້ງນີ້ ກໍຍ້ອນຄວາມເອົາໃຈໃສ່ ແລະ ລົງເຄື່ອນໄຫວໃກ້ຊິດຕິດແທດຂອງຄະນະພັກ, ຄະນະນຳ ແລະ ຄູຝຶກຂອງແຂວງຈຳປາສັກຂອງພວກເຮົາ ໂດຍສະເພາະແມ່ນການນຳພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດເຖິງນັກກິລາ ທີ່ມີຄວາມທຸ້ມເທເຫື່ອແຮງໃນການຝຶກຊ້ອມຕາມແຜນທີ່ຄະນະຄູຝຶກວາງໃຫ້ ຈົນນຳໄປສູ່ຜົນສຳເລັດດັ່ງກ່າວ ແລະ ກໍຖືວ່າໄປຕາມເປົ້າໝາຍທີ່ພວກເຮົາໄດ້ວາງໄວ້. ສ່ວນໃນການແຂ່ງຂັນກິລາກະຕໍ້ ແຂວງຈຳປາສັກ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 9 ລາຍການ ປະກອບມີ: ທີມຊຸດຄູ່ຊາຍ-ຍິງ, ທີມດ່ຽວຊາຍ-ຍິງ, ທີມ 4 ຄົນຊາຍ-ຍິງ, ທີມຄູ່ຊາຍ-ຍິງ ແລະ ທີມປະສົມ. ໂດຍຕັ້ງຄວາມຫວັງໄວ້ຢ່າງໜ້ອຍ 2 ຫຼຽນຄຳ ຈາກປະເພດທີມຄູ່ຊາຍ ແລະ ທີມປະສົມ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




