“ຮອ ກອນ ປັນຍາວົງ” ນັກແມ້ນປືນ ຄວ້າຫຼຽນຄຳ ທຳອິດ ໃຫ້ທັບນັກກິລາກະຊວງ ປກສ “ນະຄອນຫຼວງວຽງຈັນ ເກມ 2025”

ສະຫາຍ ຮອ ກອນ ປັນຍາວົງ ນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ຍິງໄດ້ຢ່າງແມ້ນຍຳ ຄວ້າຫຼຽນຄຳ ມາຄອງໄດ້ສຳເລັດ ຈາກປະເພດປືນສັ້ນແກັບກາງ ໄລຍະ 15 ແມັດ ແລະ ເປັນຫຼຽນຄຳທຳອິດ ໃຫ້ກັບທັບນັກກິລາກະຊວງປ້ອງກັນຄວາມສະຫງົບ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025”.
ການແຂ່ງຂັນກິລາຍິງປືນ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ໄດ້ມີຂຶ້ນໃນວັນທີ 14 ພະຈິກ 2025 ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ, ເປັນມື້ທີສາມຂອງການແຂ່ງຂັນ ຊຶ່ງໃນຄັ້ງນີ້ ເປັນການແຂ່ງຂັນກິລາຍິງປືນແກັບກາງ ໄລຍະ 15 ແມັດ ປະເພດບຸກຄົນ ແລະ ທີມຊາຍ ຊີງໄຊ 2 ຫຼຽນຄຳ ມີຜູ້ເຂົ້າຮ່ວມແຂ່ງຂັນມາຈາກ 6 ພາກສ່ວນ ຄື: ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ. ໃນນີ້, ປະເພດບຸກຄົນ ມີນັກກິລາຍິງປືນເຂົ້າຮ່ວມແຂ່ງຂັນທັງໝົດ 20 ຄົນ ຈາກ 6 ພາກສ່ວນ ແລະ ປະເພດທີມ ມີນັກກິລາຍິງປືນເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ ຈາກ 5 ພາກສ່ວນ (ແຂວງສະຫວັນນະເຂດ ບໍ່ໄດ້ສົ່ງເຂົ້າແຂ່ງຂັນ).
ຜົນການແຂ່ງຂັນກິລາຍິງປືນແກັບກາງ ໄລຍະ 15 ແມັດ ປະເພດບຸກຄົນ ຫຼຽນຄຳ ໄດ້ແກ່ ສະຫາຍ ຮອ ກອນ ປັນຍາວົງ ນັກກິລາຍິງປືນຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 297 ຄະແນນ, ຫຼຽນເງິນ ທ່ານ ອຸທັນ ໄຕລິດທີ ຈາກແຂວງຊຽງຂວາງ ຍິງໄດ້ 294 ຄະແນນ ແລະ ຫຼຽນທອງ ຮ່ວມ ທ່ານ ສົມພາວັນ ສຸກອາລຸນ ແລະ ທ່ານ ເພັດພະຈັນ ສີວົງສາ ຍິງໄດ້ 292 ຄະແນນ.
ປະເພດທີມ ຫຼຽນຄຳ ທີມນະຄອນຫຼວງວຽງຈັນ ຍິງໄດ້ 870 ຄະແນນ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 864 ຄະແນນ ແລະ ຫຼຽນທອງ ຮ່ວມ ກະຊວງປ້ອງກັນປະເທດ ຍິງໄດ້ 860 ຄະແນນ ແລະ ແຂວງຊຽງຂວາງ ໄດ້ 806 ຄະແນນ.
ພາບ-ຂ່າວ: ວາລະສານ ປ້ອງກັນຄວາມສະຫງົບ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



