ຢູໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ມີຊີງໄຊ 25 ຫຼຽນຄໍາ
17/11/2025

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດສາກຂຶ້ນແລ້ວ ໃນຕອນບ່າຍຂອງວັນທີ 16 ພະຈິກ 2025 ທີ່ສູນບູໂດລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບໍ່ ສີປະເສີດ, ຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການຕັດສິນ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມ
ການແຂ່ງຂັນກິລາຢູໂດ ເປັນ 1 ໃນ 33 ປະເພດກິລາ ທີ່ຈັດແຂ່ງຂັນກັນໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ. ຈັດຂຶ້ນກໍເພື່ອຊີງຄວາມເປັນໜຶ່ງຂອງນັກກິລາຢູໂດ ແລະ ຄວາມສາມັກຄີ, ມິດຕະພາບທີ່ດີ ລະຫວ່າງແຂວງ ກັບບັນດາກະຊວງ ແລະ ເປັນການຮັດແໜ້ນຄວາມມີນໍ້າໃຈຂອງນັກກິລາ ເພື່ອພ້ອມກັນພັດທະນາກິລາຢູໂດໃຫ້ກ້າວໜ້າໄປສູ່ລະດັບພາກພື້ນ ແລະ ສາກົນ
ກິລາຢູໂດ ແຂ່ງຂັນ 2 ປະເພດຄື : ປະເພດຟ້ອນກະຕະ ແລະ ປະເພດຕໍ່ສູ້ . ປະເພດຕໍ່ສູ້ຊາຍ ແຂ່ງຂັນ 12 ຮູ່ນນໍ້າໜັກ ແລະ ປະເພດຕໍ່ສູ້ຍິງ ແຂ່ງຂັນ 10 ຮຸ່ນນໍ້າໜັກ. ສໍາລັບປະເພດຟ້ອນ ກະຕະ ປະກອບມີ ນາເງ່ໂນ ກະຕະ ( ຊາຍ ) ແລະ ຈູ່ໂນ ກະຕະ ( ຍິງ ). ນອກນັ້ນ ຍັງມີແຂ່ງຂັນປະເພດຕໍ່ສູ້ປະເພດທີມຍິງ-ຊາຍ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 110 ຄົນ, ຍິງ 46 ຄົນ ທີ່ມາຈາກ 6 ແຂວງ ແລະ 1 ກະຊວງ, ມີການຊີງໄຊ 25 ຫຼຽນຄໍາ ແລະ ຈະທໍາການແຂ່ງຂັນກັນລະຫວ່າງວັນທີ 16-18 ພະຈິກ 2025ນີ້ ສູນບູໂດ ລາວ-ຍີ່ປຸ່ນ
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




