ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຂະນະທີ່ ເຈົ້າພາບ ບັນລຸຜົນສຳເລັດຕາມເປົ້າໝາຍ
17/11/2025

ພິທີປິດການແຂ່ງຂັນກິລາປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນຕອນແລງວັນທີ 16 ພະຈິກ ຜ່ານມາ ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 13 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້, ຈັດຂຶ້ນໃນຮູບແບບໃໝ່ ແລະ ກະຕິກາໃໝ່ ຊຶ່ງມີ 8 ແຂວງ ແລະ 2 ກະຊວງ ຄື ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງສະລະວັນ, ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ວຽງຈັນ, ຊຽງຂວາງ, ບໍລິຄໍາໄຊ ນະຄອນຫຼວງວຽງຈັນ ເຈົ້າພາບ. ມີການແຂ່ງຂັນ 2 ປະເພດ ຄື : ຟ້ອນ ແລະ ປະເພດຕໍ່ສູ້ ໃນນັ້ນ ປະເພດຟ້ອນ ປະກອບມີ 6 ລາຍການ ຄື: ຟ້ອນດ່ຽວ ຊາຍ-ຍິງ, ຟ້ອນຄູ່ ຊາຍ-ຍິງ, ຟ້ອນທີມ ຊາຍ-ຍິງ ມີນັກກິລາ ທັງໝົດ 49 ຄົນ ຍິງ 24 ຄົນ ແລະ ປະເພດຕໍ່ສູ້ ປະກອບມີ 15 ລາຍການ ຄື ລາຍການຕໍ່ສູ້ ຍິງ ມີ 7 ຮຸ່ນ; ລາຍການຕໍ່ສູ້ຊາຍ ມີ 8 ຮຸ່ນ, ມີນັກກິລາ ເຂົ້າຮ່ວມການແຂ່ງຂັນທັງໝົດ 72 ຄົນ, ຍິງ 30 ຄົນ ຮ່ວມຊີງໄຊກັນທັງໝົດ 21 ຫຼຽນຄໍາ, 21 ຫຼຽນເງິນ ແລະ 42 ຫຼຽນທອງ.
ຜ່ານການແຂ່ງຂັນລະຫວ່າງວັນທີ 13-16 ພະຈິກ 2025 ຜົນປະກົດວ່າ: ທັບນັກກິລາປັນຈັກສີລັດ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສາມາດກວາດ 7 ຫຼຽນຄຳ, 5 ຫຼຽນເງິນ ແລະ 7 ຫຼຽນທອງ ຄອງເຈົ້າຫຼຽນຄຳ ໃນກິລາດັ່ງກ່າວ ຂະນະທີ່ອັນດັບທີ 2 ເປັນຂອງເຈົ້າພາບ ນະຄອນຫຼວງວຽງຈັນ ສາມາດຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 8 ຫຼຽນທອງ.
ສ່ວນອັນດັບທີ 3 ເປັນຂອງແຂວງວຽງຈັນ ຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ, ອັນດັບທີ 4 ແຂວງສະຫວັນນະເຂດ ຍາດໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 9 ຫຼຽນທອງ, ອັນດັບທີ 5 ກະຊວງປ້ອງກັນຄວາມະສະຫງົບ ຍາດໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫຼຽນທອງ, ອັນດັບທີ 6 ແຂວງຄຳມ່ວນ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ອັນດັບທີ 7 ແຂວງຊຽງຂວາງ ຍາດໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ, ອັນດັບທີ 8 ແຂວງຈຳປາສັກ ຍາດໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ, ອັນດັບທີ 9 ແຂວງບໍລິຄຳໄຊ ຍາດໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ ສ່ວນແຂວງສາລະວັນ ອັນດັບສຸດທ້າຍບໍ່ສາມາດຍາດໄດ້ຈັກຫຼຽນ.
ພາບ ແລະ ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026





