ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ ສະໜັບສະໜູນເຄື່ອງນັກກິລາທີມຊາດລາວ ມູນຄ່າ 2 ແສນກວ່າໂດລາ

ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ (Donex Group) ໃຫ້ການສະໜັບສະໜູນເຄື່ອງນຸ່ງຊຸດກິລາ ໃຫ້ແກ່ຄະນະນັກກິລາທີມຊາດລາວ ຢ່າງເປັນທາງການ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກິລາລະດັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະແມ່ນງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ລວມມູນຄ່າ 250,000 ໂດລາສະຫະລັດ.
ພິທີເຊັນສັນຍາຮ່ວມມືຄັ້ງນີ້ ຈັດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ຊຶ່ງມີສອງວາລະ ໂດຍວາລະທຳອິດແມ່ນການລົງນາມລະຫວ່າງ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ແລະ ທ່ານ ຫງວຽນ ວັນ ຖາຍ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ. ສ່ວນວາລະທີສອງ ລະຫວ່າງ ທ່ານ ຫງວຽນ ວັນ ຖາຍ ແລະ ທ່ານ ຄໍາບິ່ງ ມິດປະສົງ ຜູ້ອໍານວຍການ ບໍລິສັດ BT Sport ຕົວແທນຈຳໜ່າຍເປັນທາງການຂອງ ບໍລິສັດ Donex Group ປະຈໍາລາວ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ຫງວຽນ ແຢງ ຫ່ວງ ຫວຽດ ຫົວໜ້າກົມໃຫຍ່ກິລາ-ກາຍະກຳ ສສ ຫວຽດນາມ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ບັນດາຜູ້ຕາງໜ້າຈາກສະຫະພັນກິລາແຫ່ງຊາດລາວ, ມີນັກກິລາທີມຊາດ ແລະ ສື່ມວນຊົນຢ່າງພ້ອມພຽງ.
ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ ສະໜັບສະໜູນເຄື່ອງນຸ່ງຊຸດກິລາໃຫ້ແກ່ຄະນະກິລາທີມຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາຊີເກມ ຄັ້ງທີ 33 ທີ່ຣາຊະອານາຈັກໄທ ເປັນເຄື່ອງນຸ່ງ ທີ່ຖືກອອກແບບເປັນພິເສດ ຈາກທາງບໍລິສັດ DONEX ໂດຍອອກແບບ ແລະ ຜະລິດສະເພາະ ໃຫ້ແກ່ຄະນະນັກກິລາທີມຊາດລາວ, ຊຸດດັ່ງກ່າວແມ່ນໄດ້ແຮງບັນດານໃຈມາຈາກ 3 ສີ ຂອງທຸງຊາດລາວ ຄື: ສີແດງ, ສີຟ້າ ແລະ ສີຂາວ ສະແດງເຖິງນໍ້າໃຈກິລາທີ່ເຂັ້ມແຂງ, ຄວາມມຸ່ງມານະ, ຄວາມພາກພູມໃຈຂອງຊາດ ແລະ ຄວາມພະຍາຍາມ ທີ່ຈະຍາດເອົາໄຊຊະນະຂອງທັບນັກກິລາລາວ.
ຂ່າວ-ພາບໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026





