Skip to main content

ເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ມື້ທຳອິດຊີງໄຊ 6 ຫຼຽນຄຳ

19/11/2025

ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມບູຢອງ (ດົງໂດກ) ໄດ້ມີພິທີເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອງຫຼວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ, ທ່ານ ປອ ນາງ ບົວວອນ ສຸກລາແສງ ປະທານສະຫະພັນກິລາເທຄວັນໂດນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາຄະນະນໍາກິລາແຕ່ລະແຂວງ, ຫົວໜ້າຄະນະນັກກິລາແຕ່ລະແຂວງ ແລະ ກະຊວງ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ແຂກຮັບເຊີນ ຢ່າງພ້ອມພຽງ.

ການແຂ່ງຂັນກິລາເທຄວັນໂດເປັນອີກໜຶ່ງໃນ 33 ປະເພດກິລາ ທີ່ຈັດໃນການແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 15-25 ພະຈິກນີ້ ໂດຍຈັດຂຶ້ນເພື່ອເເນ່ໃສໃຫ້ນັກກິລາທັງເຍົາວະຊົນ ແລະ ຊາວໜຸ່ມ ໄດ້ມີການຝຶກແອບຕົນເອງ ເພື່ອພັດທະນາຄວາມສາມາດ ໃຫ້ກາຍເປັນນັກກິລາທີ່ດີເດັ່ນ ແລະ ເພື່ອສ້າງຄວາມສາມັກຄີຮັກແພງ, ແລກປ່ຽນບົດຮຽນທີ່ດີລະຫວ່າງແຂວງກັບບັນດາກະຊວງ ພ້ອມທັງເປັນການຮັດແໜ້ນຄວາມມີນໍາໃຈຂອງນັກກິລາ. ພ້ອມກັນນັ້ນ ຍັງເປັນການພັດທະນາເທຄວັນໂດໃຫ້ກ້າວໜ້າໄປສູ່ລະດັບພາກພື້ນ ແລະ ສາກົນ. ນອກນັ້ນ ຍັງເປັນການທົດສອບນັກກິລາກ່ອນເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາຊີເກມ ຄັ້ງທີ XXXIII ທີ່ປະເທດໄທ ຈະເປັນເຈົ້າພາບ ໃນທ້າຍປີ 2025 ນີ້ອີກດ້ວຍ.

ສໍາລັບການແຂ່ງຂັນກິລາເທຄວັນໂດແຂ່ງຂັນກັນ 2 ປະເພດຄື: ປະເພດຕໍ່ສູ້ ແລະ ປະເພດປຸ່ມເຊ, ມີນັກກິລາເຂົ້າຮ່ວມທັງໜົດ 139 ຄົນ, ຍິງ 59 ຄົນ ທີ່ມາຈາກ 13 ພາກສ່ວນຄື: ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ນະຄອນຫຼວງວຽງຈັນ ເຈົ້າພາບ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ຊຶ່ງໃນງານກິລາຄັ້ງນີ້ ສະເພາະປະເພດກິລາເທຄວັນໂດ ຊີງໄຊທັງໝົດ 26 ຫຼຽນຄຳ, 26 ຫຼຽນເງິນ ແລະ 52 ຫຼຽນທອງ.

ຊຶ່ງໃນມື້ທຳອິດ ຊີງໄຊທັງໝົດ 6 ລາຍການ ຄື: ຟ້ອນດ່ຽວຊາຍ-ຍິງ, ຟ້ອນທີມຊາຍ-ຍິງ (3 ຄົນ), ຟ້ອມຄູ່ປະສົມ ແລະ ຟ້ອມທີມປະສົມ ຟຣີສະໄຕ (5 ຄົນ). ຜ່ານການແຂ່ງຂັນຜົນປະກົດວ່າ ຟ້ອມດ່ຽວຊາຍ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງຊຽງຂວາງ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ກະຊວງປ້ອງກັນປະເທດ; ຟ້ອມດ່ຽວຍິງ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງ ຮ່ວມ ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ; ຟ້ອນທີມຊາຍ 3 ຄົນ ຫຼຽນຄຳ ກະຊວງປ້ອງກັນຄວາມສະຫງົບ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ຟ້ອນທີມຍິງ 3 ຄົນ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງຊຽງຂວາງ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ຟ້ອນຄູ່ປະສົມ ຫຼຽນຄຳ ແຂວງຊຽງຂວາງ, ຫຼຽນເງິນ ແຂວງຈຳປາສັກ ແລະ ຫຼຽນທອງ ຮ່ວມ ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ຟ້ອນທີມປະສົມ ຟຣີສະໄຕ 5 ຄົນ ຫຼຽນຄຳ ແຂວງຊຽງຂວາງ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນ ເຈົ້າພາບ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ