“ໜຶ່ງ ເມືອງລາວ” ປາບ “ພະອາທິດ” 5-2 ເຟຣມ ຄວ້າຫຼຽນຄໍາ ສະນຸກເກີ 6 ແດງ ດ່ຽວຊາຍ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ວັນທີ 19 ພະຈິກ 2025 ທີ່ສະໂມສອນ ເດິຄິງ ສະນຸກເກີຄັບ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ການແຂ່ງສະນຸກເກີ ປະເພດດ່ຽວຊາຍ 6 ແດງ ມີທັງໝົດ 7 ທີມ 14 ຄົນ. ຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ສິດທິເດດ ສັກບ່ຽງ ນັກກິລາຕົວແທນຈາກແຂວງສະຫວັນນະເຂດ ດີກຣີທີມຊາດລາວ ເອົາຊະນະ ພະອາທິດ ກໍສະພານຄໍາ ຈາກກະຊວງປ້ອງກັນປະເທດ ໄປໄດ້ 5-2 ເຟຣມ ຄວ້າຫຼຽນຄໍາ ໃຫ້ທັບນັກກິລາສະນຸກເກີ ແຂວງສະຫວັນນະເຂດ, ສ່ວນ ພະອາທິດ ກໍສະພານຄໍາ ໄດ້ຫຼຽນເງິນ ແລະ ຫຼຽນທອງຮ່ວມ ພອນສະຫວັນ ຊາພັກດີ ຈາກນະຄອນຫຼວງວຽງຈັນ ແລະ ດາວພະຈັນ ພຸດທະບັນດິດ ຈາກແຂວງຄຳມ່ວນ.
ການແຂ່ງຂັນສະນຸກເກີ ໃນງານມະຫະກຳກີລາແຫ່ຊາດ ຄັ້ງທີ XII ມີ 7 ພາກສ່ວນເຂົ້າຮ່ວມ ປະກອບມີ: ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ແຂວງອຸດົມໄຊ, ແຂວງຄຳມ່ວນ, ແຂວງວຽງຈັນ ແລະ ກະຊວງປ້ອງກັນປະເທດ, ມີນັກເຂົ້າຮ່ວມທັງໝົດ 33 ຄົນ ມີ 5 ປະເພດ ຄື: ປະເພດ 6 ແດງ ດ່ຽວຊາຍ, 6 ແດງ ຄູ່ຊາຍ; 15 ແດງ ດ່ຽວຊາຍ, 15 ແດງ ຊາຍຄູ່ ແລະ 15 ແດງ ທີມຊາຍ, ດໍາເນີນການແຂ່ງຂັນວັນທີ 16-23 ພະຈິກ 2025 ທີ່ສະໂມສອນ ເດິຄິງ ສະນຸກເກີຄັບ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


