ນະຄອນຫຼວງ ຄອງເຈົ້າຫຼຽນຄຳ ກິລາລອຍນ້ຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທັບນັກກິລາລອຍນ້ຳ ເຈົ້າພາບ ນະຄອນຫຼວງວຽງຈັນ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາເມືອງເອກຂອງປະເທດ ຍາດມາໄດ້ເຖິງ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 21 ຫຼຽນ ເປັນເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ.
ການແຂ່ງຂັນກິລາລອຍນ້ຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທຳການແຂ່ງຂັນລະຫວ່າງວັນທີ 16-19 ພະຈິກ 2025 ທີ່ສະໜາມກິລາລອຍນ້ຳແຫ່ງຊາດ (ຫຼັກ 16), ຊຶ່ງມີ 6 ພາກສ່ວນ ເຂົ້າຮ່ວມຊີງໄຊ ປະກອບມີ: ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງຈຳປາສັກ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນ, ມີການຊີງໄຊທັງໝົດ 27 ລາຍການ (ຍິງ 12 ລາຍການ, ຊາຍ 14 ລາຍການ ແລະ ປະເພດທີມ 1 ລາຍການ).
ຜ່ານການແຂ່ງຂັນຢ່າງເຂັ້ມຂຸ້ນ ຕະຫຼອດ 4 ວັນ ຜ່ານມາ ຜົນປະກົດວ່າ ທັບນັກກິລາລອຍນ້ຳ ເຈົ້າພາບ ນະຄອນຫຼວງວຽງຈັນ ສາມາດຍາດມາໄດ້ເຖິງ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 21 ຫຼຽນ ເປັນອັນດັບທີ 1 ຈາກ 6 ພາກສ່ວນເຂົ້າຮ່ວມ ຄອງເຈົ້າຫຼຽນຄຳໄດ້ຕາມຄວາມຄາດໝາຍ; ອັນດັບທີ 2 ໄດ້ແກ່ ແຂວງສະຫວັນນະເຂດ ຍາດໄດ້ 6 ຫຼຽນຄຳ, 9 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບທີ 3 ແຂວງຈຳປາສັກ ຍາດໄດ້ 3 ຫຼຽນຄຳ, 6 ຫຼຽນເງິນ ແລະ 7 ຫຼຽນທອງ; ອັນດັບທີ 4 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 7 ຫຼຽນທອງ; ອັນດັບທີ 5 ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບທີ 6 ແຂວງຫຼວງພະບາງ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 3 ຫຼຽນທອງ.
ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍ ທ່ານ ປອ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ, ທ່ານ ດາວເພັດ ອາລຸນ ຫົວໜ້າຄະນະຄຸ້ມຄອງດ່ານຂົວມິດຕະພາບ 1, ທ່ານ ສົມລີ ດວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ພັນເອກ ປອ ວຽງໄຊ ທຳມະສິດ ຮອງຫົວໜ້າກົມໃຫຍ່ ການເມືອງ ປກສ, ທ່ານ ປອ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງຈຳປາສັກ, ທ່ານ ອານຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ຊິນນະກອນ ພົມມະສິດ ປະທານສະຫະພັນກິລາລອຍນ້ຳນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍແຕ່ລະພາກສ່ວນຢ່າງພ້ອມພຽງ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026





