ປະທານລອຍນ້ຳ ນວ ພໍໃຈຜົນງານຄັ້ງປະຫວັດສາດຂອງທັບນັກກິລາລອຍນ້ຳນະຄອນຫຼວງວຽງຈັນ

ທ່ານປະທານສະຫະພັນກິລາລອຍນ້ຳ ນະຄອນຫຼວງວຽງຈັນ (ນວ) ສະແດງຄວາມເພິ່ງພໍໃຈຕໍ່ກັບຜົນງານຂອງຄູຝຶກ ແລະ ນັກກິລາລອຍນ້ຳ ນວ ທີ່ສາມາດຍາດມາໄດ້ເຖິງ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 21 ຫຼຽນ ເປັນອັນດັບທີ 1 ຂອງປະເທດ ແລະ ຄອງເຈົ້າຫຼຽນຄຳ ພ້ອມທັງເປັນຜົນງານຄັ້ງປະຫວັດສາດ ໃນການແຂ່ງຂັນກິລາລອຍນ້ຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ.
ທ່ານ ຊິນນະກອນ ພົມມະສິດ ປະທານສະຫະພັນກິລາລອຍນ້ຳນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນສຶກສາ, ວິທະຍາສາດ ແລະ ກິລາ ພາຍຫຼັງສຳເລັດພິທີມອບ-ຮັບຫຼຽນລາງວັນ ໃນຕອນແລງວັນທີ 19 ພະຈິກ 2025 ທີ່ສະໜາມກິລາລອຍນ້ຳແຫ່ງຊາດ (ຫຼັກ 16) ວ່າ: ສຳລັບການກະກຽມຄວາມພ້ອມຂອງທັບນັກກິລາລອຍນ້ຳ ນະຄອນຫຼວງວຽງຈັນ ຊຸດເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ແມ່ນໄດ້ມີການເດີນທາງໄປເກັບຕົວຝຶກຊ້ອມ ຢູ່ ສສ ຫວຽດນາມ ເປັນເວລາ 1 ເດືອນ ແລະ ກັບມາເກັບຕົວຝຶກຊ້ອມ ທີ່ນະຄອນຫຼວງວຽງຈັນ ອີກ 2 ເດືອນ ລວມເປັນ 3 ເດືອນ ຊຶ່ງມີນັກກິລາທັງໝົດ 9 ຄົນ ເພື່ອໃຫ້ນັກກິລາມີຄວາມພ້ອມຫຼາຍທີ່ສຸດ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫຼຽນຄຳ ເພາະວ່າໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນປີ 2022 ພວກເຮົາສາມາດຍາດມາໄດ້ 4 ຫຼຽນຄຳ.
ແຕ່ຜ່ານການແຂ່ງຂັນຕົວຈິງ ຜົນປະກົດວ່າ ທັບນັກກິລາລອຍນ້ຳລູກຫຼານຊາວນະຄອນຫຼວງວຽງຈັນຂອງພວກເຮົາ ສາມາດຍາດມາໄດ້ເຖິງ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 21 ຫຼຽນ ເປັນອັນດັບທີ 1 ຂອງປະເທດ ຈາກ 6 ພາກສ່ວນເຂົ້າຮ່ວມ ແລະ ຄອງເຈົ້າຫຼຽນຄຳໃນປະເພດກິລາດັ່ງກ່າວ, ຊຶ່ງຜົນງານເຫຼົ່ານີ້ຖືວ່າເກີນເປົ້າໝາຍທີ່ພວກເຮົາວາງໄວ້ໃນເບື້ອງຕົ້ນທົບເຄິ່ງ ແລະ ນັກກິລາຊຸດນີ້ກໍຍັງສາມາດສ້າງສະຖິຕິໃໝ່ຫຼາຍຢ່າງ ພ້ອມທັງເປັນຜົນງານຄັ້ງປະຫວັດສາດຂອງນະຄອນຫຼວງວຽງຈັນຂອງພວກເຮົາ ດັ່ງນັ້ນ, ຂ້າພະເຈົ້າຈຶ່ງມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ນ້ອງໆນັກກິລາຂອງພວກເຮົາສາມາດເຮັດໄດ້ ແລະ ຄູຝຶກເອງ ກໍໄດ້ເອົາໃຈໃສ່ຢ່າງເຕັມທີ່ໃນວາງແຜນການຝຶກຊ້ອມ ແລະ ແຜນການແຂ່ງຂັນ ຈົນສາມາດບັນລຸເປົ້າໝາຍຜົນງານໄດ້ໃນທີ່ສຸດ.
ທ່ານປະທານສະຫະພັນກິລາລອຍນ້ຳ ນວ ກ່າວອີກວ່າ: ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ, ກໍຍັງມີຂໍ້ຫຍຸ້ງຍາກບາງປະການ ເປັນຕົ້ນແມ່ນນັກກິລາຂອງພວກເຮົາຫຼາຍຄົນຖືກຕັດຊື່ອອກຈາກການແຂ່ງຂັນ ຍ້ອນອາຍຸບໍ່ເຖິງເກນ ແຕ່ຊ້ຳພັດເປັນນັກກິລາເປົ້າໝາຍຫຼຽນຄຳຂອງພວກເຮົາ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອໃຫ້ສາມາດກ້າວໄປເຖິງເປົ້າໝາຍຫຼຽນທີ່ພວກເຮົາໄດ້ວາງໄວ້ນັ້ນ ກໍໄດ້ມີການສ້າງນັກກິລາຂຶ້ນມາໃໝ່ຕື່ມ ເພື່ອທົດແທນ ແລະ ກໍຖືວ່າບໍ່ເຮັດໃຫ້ພວກເຮົາຜິດຫວັງ. ທ້າຍນີ້ຂໍສະແດງຄວາມຂອບໃຈມາຍັງການນຳນະຄອນຫຼວງວຽງຈັນ ທີ່ໄດ້ເອົາໃຈໃສ່ ແລະ ໃກ້ຊິດທິດແທດ ພ້ອມທັງຊ່ວຍລະດົມທຶນຮອນມາສະໜັບສະໜູນສະຫະພັນຂອງພວກເຮົາຈົນມີມື້ນີ້ ແລະ ເຊື່ອໝັ້ນແນ່ວ່າໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ເປັນເຈົ້າພາບ ໃນປີ 2028 ພວກເຮົາຈະພະຍາຍາມສູ້ຊົນສ້າງຜົນງານບໍ່ໃຫ້ໜ້ອຍໜ້າ “ນະຄອນຫຼວງວຽງຈັນ ເກມ 2025” ຢ່າງແນ່ນອນ.
ຢ່າງໃດກໍຕາມ, ຕໍ່ກັບນັກກິລາທີ່ມີຜົນງານຍາດໄດ້ຫຼຽນລາງວັນປະເພດຕ່າງໆ ທາງສະຫະພັນກິລາລອຍນ້ຳນະຄອນຫຼວງວຽງຈັນຂອງພວກເຮົາ ກໍມີເງິນນະໂຍບາຍ ຫຼື ເງິນບຳເນັດຫຼຽນ ມອບໃຫ້ ໂດຍຫຼຽນຄຳ ຈຳນວນ 6 ລ້ານກີບ, ຫຼຽນເງິນ ຈຳນວນ 3 ລ້ານກີບ ແລະ ຫຼຽນທອງ ຈຳນວນ 1 ລ້ານກີບ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ




