Skip to main content

ດອກປີກໄກ່ແຂວງຄໍາມ່ວນ ມາແຮງ ຄວ້າ 2 ຫຼຽນຄໍາ ທີມຍິງ-ຊາຍ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12

20/11/2025

ການແຂ່ງຂັນກິລາດອກປີກໄກ່ ຮອບຄູ່ຊີງຊະນະເລີດ ປະເພດທີມຍິງ-ຊາຍ ໄດ້ມີຂຶ້ນໃນວັນທີ 19 ພະຈິກ 2025 ຊຶ່ງທີມຍິງ ເປັນການພົບກັນລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ ສ່ວນທີມຊາຍ ເປັນການພົບກັນລະຫວ່າງ ແຂວງອັດຕະປື ແລະ ແຂວງຄໍາມ່ວນ.

ຜ່ານການແຂ່ງຂັນ ທີມຍິງແຂວງຄໍາມ່ວນ ເອົາຊະນະ ທີມຍິງແຂວງຫຼວງພະບາງ 3-0 ຄູ່ ສ່ວນທີມຊາຍ ແຂວງຄໍາມ່ວນ ເອົາຊະນະ ທີມແຂວງອັດຕະປື 3-1 ຄູ່ ຄວ້າຫຼຽນຄໍາໄປຄອງ. ຂະນະທີ່ທີມຍິງ-ຊາຍ ນະຄອນຫຼວງວຽງຈັນ ເຈົ້າພາບ ໄດ້ພຽງຫຼຽນທອງ ແລະ ທີມຍິງສະຫວັນນະເຂດ ໄດ້ຫຼຽນທອງຮ່ວມ ໃນນະຄອນຫຼວງວຽງຈັນ ເກມ 2025.

ການແຂ່ງຂັນກິລາດອກປີກໄກ່ຄັ້ງນີ້ ມີການຊີງໄຊກັນ 7 ຫຼຽນຄໍາ ໃນ 7 ລາຍການ ຄື: ດ່ຽວຍິງ-ຊາຍ, ດ່ຽວຊາຍທົ່ວໄປ, ດ່ຽວຍິງທົ່ວໄປ, ທີິມຍິງ-ຊາຍ ແລະ ຄູ່ປະສົມທົ່ວໄປ. ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນ 9 ພາກສ່ວນ ຄື: ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງອັດຕະປື, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ, ແຂວງຈຳປາສັກ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ໂດຍຈະທໍາການແຂ່ງຂັນໄປຈົນເຖິງວັນທີ 23 ພະຈິກ 2025 ນີ້.

ພາບ-ຂ່າວໂດຍ: ສົງການ ພັນແພງດີ