ກະຊວງປ້ອງກັນປະເທດ ຄວ້າ 4 ຫຼຽນຄໍາ ກິລາດຶງເຊືອກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
24/11/2025

ເມື່ອວັນທີ 23 ພະຈິກ 2025 ທີ່ເດີ່ນໂຮງຮຽນ ມສ ວຽງຈັນ ໄດ້ສໍາເລັດການແຂ່ງຂັນ ພ້ອມມອບຫຼຽນໃຫ້ແກ່ນັກກິລາດຶງເຊືອກ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ໃຫ້ກຽດເຂົ້າຮ່ວມມີ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານສະຫະພັນກິລາດຶງເຊືອກອາຊຽນ ທັງເປັນປະທານກິລາດຶງເຊືອກແຫ່ງຊາດລາວ, ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍກຳມະການຕັດສິນ, ນັກກິລາ ແລະ ມວນຊົນເຊົ້າຮ່ວມຢ່າງເປັນບັນຍາກາດອັນຄຶກຄື້ນ.
ການແຂ່ງຂັນກິລາດຶງເຊືອກ ໄດ້ທໍາການແຂ່ງຂັນ ແຕ່ວັນທີ 18-23 ພະຈິກ 2025 ລວມມີ 5 ປະເພດຄື: ປະເພດທີມຊາຍ 4 ຄົນ (ນ້ຳໜັກລວມບໍ່ເກີນ 300 ກິໂລກຣາມ), ທີມຍິງ 4 ຄົນ (ນ້ຳໜັກລວມບໍ່ເກີນ 250 ກິໂລກຣາມ), ທີມຊາຍ 8 ຄົນ (ນ້ຳໜັກລວມບໍ່ເກີນ 600 ກິໂລກຣາມ), ຍິງ 8 ຄົນ (ນ້ຳໜັກລວມບໍ່ເກີນ 500 ກິໂລກຣາມ) ແລະ ປະເພດທີມປະສົມ (ຊາຍ 4, ຍິງ 4, ນ້ຳໜັກລວມບໍ່ເກີນ 650 ກິໂລກຣາມ) ໂດຍມີ 5 ພາກສ່ວນເຂົ້າຮ່ວມ ຄື: ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງຄໍາມ່ວນ, ແຂວງຫຼວງນໍ້າທາ, ແຂວງອັດຕະປື ແລະ ກະຊວງປ້ອງກັນປະເທດ.
ຜ່ານການແຂ່ງຂັນ, ປະເພດທີມຍິງ 4 ຄົນ ຫຼຽນຄໍາ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື; ທີມຊາຍ 4 ຄົນ ຫຼຽນຄໍາ ນະຄອນຫຼວງວຽງຈັນ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ແຂວງອັດຕະປື; ທີມຍິງ 8 ຄົນ ຫຼຽນຄໍາ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຫຼວງນໍ້າທາ; ທີມຊາຍ 8 ຄົນ ຫຼຽນຄໍາ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື; ທີມປະສົມ ຍິງ 4 ຊາຍ 4 ຫຽນຄໍາ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື.
ສະຫຼຸບຫຼຽນແລ້ວ ກະຊວງປ້ອງກັນປະເທດ ຍາດໄດ້ 4 ຫຼຽນຄໍາ 1 ຫຼຽນເງິນ; ນະຄອນຫຼວງວຽງຈັນ 1 ຫຼຽນຄໍາ 4 ຫຼຽນເງິນ, ແຂວງອັດຕະປື 4 ຫຼຽນທອງ, ແຂວງຫຼວງນໍ້າທາ 1 ຫຼຽນທອງ ແລະ ແຂວງຄໍາມ່ວນ ແມ່ນບໍ່ໄດ້ຈັກຫຼຽນ.
ຂ່າວໂດຍ: ບົວລະພາ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ




