ສຳເລັດການແຂ່ງຂັນກິລາຄາຣາເຕໂດ “ນະຄອນຫຼວງວຽງຈັນ ເກມ 2025” ເຈົ້າພາບ ຍາດໄດ້ 4 ຫຼຽນຄຳ

ການແຂ່ງຂັນກິລາຄາຣາເຕໂດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-23 ພະຈິກ 2025 ຢູ່ທີ່ສູນກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ນາງ ວິໄລພອນ ແກ້ວໂພໄຊ ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ທັງເປັນຄະນະກຳມະການພິທີເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ປະຈຳຫ້ອງວ່າການປະທານປະເທດ, ປະທານກິດຕິມະສັກສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ແລະ ທ່ານ ສອນສັກ ນ.ຍັນຊະນະ ຮອງປະທານສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ, ກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນຢ່າງພ້ອມພຽງ.
ສຳລັບການແຂ່ງຂັນກິລາຄາຣາເຕໂດ “ນະຄອນຫຼວງວຽງຈັນ ເກມ” ມີການຊີງໄຊທັງໝົດ 12 ຫຼຽນຄຳ, 12 ຫຼຽນເງິນ ແລະ 24 ຫຼຽນທອງ ມີ 9 ພາກສ່ວນເຂົ້າຮ່ວມ ຄື: ແຂວງເຊກອງ, ແຂວງສາລະວັນ, ແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນຕະຫຼອດ 3 ວັນ ຜົນປະກົດວ່າ: ຮຸ່ນນ້ຳໜັກບໍ່ເກີນ -55 ກິໂລຊາຍ ຫຼຽນຄຳ ແຂວງເຊກອງ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງ ຮ່ວມ ແຂວງສາລະວັນ ແລະ ແຂວງຫຼວງພະບາງ; ຮຸ່ນນ້ຳໜັກບໍ່ເກີນ -50 ກິໂລຍິງ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງຮ່ວມ ແຂວງເຊກອງ ແລະ ແຂວງສາລະວັນ; ປະເພດຟ້ອນດ່ຽວຊາຍ ຫຼຽນຄຳ ແຂວງເຊກອງ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງຮ່ວມ ແຂວງສາລະວັນ ແລະ ແຂວງຫຼວງພະບາງ; ຟ້ອນດ່ຽວຍິງ ຫຼຽນຄຳ ແຂວງສາລະວັນ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງຮ່ວມ ແຂວງຈຳປາສັກ ແລະ ແຂວງເຊກອງ; ຮຸ່ນນ້ຳໜັກບໍ່ເກີນ -63 ກິໂລຊາຍ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງສາລະວັນ ແລະ ຫຼຽນທອງຮ່ວມ ກະຊວງປ້ອງກັນຄວາມສະຫງົບ ແລະ ນະຄອນຫຼວງວຽງຈັນ; ຮຸ່ນນ້ຳໜັກບໍ່ເກີນ -55 ກິໂລຍິງ ຫຼຽນຄຳ ກະຊວງປ້ອງກັນຄວາມສະຫງົບ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງຮ່ວມ ແຂວງສະຫວັນນະເຂດ ແລະ ກະຊວງປ້ອງກັນປະເທດ.
ຮຸ່ນນ້ຳໜັກບໍ່ເກີນ -72 ກິໂລຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງເຊກອງ ແລະ ຫຼຽນທອງຮ່ວມ ນະຄອນຫຼວງວຽງຈັນ ແລະ ແຂວງສາລະວັນ; ຮຸ່ນນ້ຳໜັກບໍ່ເກີນ -61 ກິໂລຍິງ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງເຊກອງ ແລະ ຫຼຽນທອງຮ່ວມ ກະຊວງປ້ອງກັນປະເທດ; ຮຸ່ນນ້ຳໜັກບໍ່ເກີນ +72 ກິໂລຊາຍ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງຮ່ວມ ແຂວງສະຫວັນນະເຂດ ແລະ ແຂວງເຊກອງ; ຮຸ່ນນ້ຳໜັກບໍ່ເກີນ + 61 ກິໂລຊາຍ ຫຼຽນຄຳ ແຂວງສະຫວັນນະເຂດ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງຮ່ວມ ແຂວງຈຳປາສັກ ແລະ ແຂວງຄຳມ່ວນ; ປະເພດຕໍ່ສູ້ທີມຊາຍ 3-5 ຄົນ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຫຼວງພະບາງ ແລະ ຫຼຽນທອງຮ່ວມ ແຂວງເຊກອງ ແລະ ກະຊວງປ້ອງກັນຄວາມສະຫງົບ; ປະເພດຕໍ່ສູ້ທີມຍິງ 2-3 ຄົນ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງຮ່ວມ ກະຊວງປ້ອງກັນປະເທດ ແລະ ແຂວງຄຳມ່ວນ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026







