ນວ ເຈົ້າພາບ ຍາດໄດ້ 4 ຫຼຽນຄຳ ແລະ 2 ຫຼຽນເງິນ ການແຂ່ງຂັນກິລາກັອບ “ນະຄອນຫຼວງວຽງຈັນ ເກມ 2025”

ພິທີມອບຫຼຽນການແຂ່ງຂັນກິລາກັອບ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2025 ທີ່ສະໜາມກິລາກັອບລາວຄັນທຣີ ຄຣັບ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ, ຮອງຫົວໜ້າຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານ ຮສ.ປອ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດລາວ, ທ່ານ ບຸນຍະວັດ ນີຣະໄຊ ປະທານສະຫະພັນກິລາກັອບ ນະຄອນຫຼວງວຽງຈັນ ແລະ ທ່ານ ສົມລີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ການແຂ່ງຂັນກິລາກັອບ ໃນ “ນະຄອນຫຼວງວຽງຈັນ ເກມ 2025” ຄັ້ງນີ້ ໄດ້ເລີ່ມມາແຕ່ວັນທີ 21 ພະຈິກ ຜ່ານມາ ໂດຍພາກສ່ວນເຂົ້າຮ່ວມຈາກ 16 ແຂວງ 3 ກະຊວງ ຄື: ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງຈຳປາສັກ, ເຊກອງ, ອັດຕະປື, ສາລະວັນ, ຄຳມ່ວນ, ສະຫວັນນະເຂດ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ຫຼວງນ້ຳທາ, ໄຊຍະບູລີ, ຜົ້ງສາລີ, ຫົວພັນ, ອຸດົມໄຊ, ໄຊສົມບູນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ມີ 19 ທີມ ໃນນັ້ນ ມີນັກກິລາຊາຍ 76 ຄົນ, ຍິງ 8 ຄົນ ລວມທັງໝົດ 94 ຄົນ ຊີງໄຊ 8 ຫຼຽນຄຳ.
ຜົນການແຂ່ງຂັນປະກົດວ່າ: ປະເພດບຸກຄົນຍິງ ສາຍມີແຕ້ມຕໍ່ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຈຳປາສັກ ແລະ ຫຼຽນທອງ ແຂວງຈຳປາສັກ; ທີມຍິງສາຍມີແຕ້ມຕໍ່ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງອັດຕະປື ແລະ ຫຼຽນທອງ ແຂວງຜົ້ງສາລີ; ສາຍບໍ່ມີແຕ້ມຕໍ່ບຸກຄົນຍິງ ຫຼຽນຄຳ ແຂວງຫຼວງນໍ້າທາ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື; ສາຍບໍ່ມີແຕ້ມຕໍ່ ທີມຍິງ ຫຼຽນຄຳ ແຂວງຫຼວງນໍ້າທາ, ຫຼຽນເງິນ ແຂວງ ຈຳປາສັກ ແລະ ຫຼຽນທອງ ແຂວງເຊກອງ; ປະເພດຊາຍບຸກຄົນ ສາຍມີແຕ້ມຕໍ່ ຫຼຽນຄຳ ກະຊວງປ້ອງກັນຄວາມສະຫງົບ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຫຼວງນໍ້າທາ; ທີມຊາຍສາຍມີແຕ້ມຕໍ່ ຫຼຽນຄຳ ແຂວງໄຊຍະບູລີ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງ ແຂວງອຸດົມໄຊ; ບຸກຄົນຊາຍສາຍບໍ່ມີແຕ້ມຕໍ່ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງໄຊຍະບູລີ ແລະ ຫຼຽນທອງ ກະຊວງປ້ອງກັນປະເທດ; ທີມຊາຍສາຍບໍ່ມີແຕ້ມຕໍ່ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຫຼວງນໍ້າທາ ແລະ ຫຼຽນທອງ ກະຊວງປ້ອງກັນປະເທດ.
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026





