ຄະນະນັກກິລາໝາກແລ້ແຂວງຜົ້ງສາລີ ຊຸດສ້າງຜົນງານ 1 ຫຼຽນເງິນ ແລະ 1 ຫຼຽນທອງ ຖືກຕ້ອນຮັບຢ່າງສົມກຽດ

ໃນຕອນເຊົ້າວັນທີ 26 ພະຈິກ 2025, ການນໍາເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດພິທີຕ້ອນຮັບຄະນະນັກກິລາໝາກແລ້ທີ່ເດີນທາງກັບມາຈາກການເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະພັກເມືອງ ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງ, ພະນັກງານ-ລັດຖະກອນ, ສອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຂະບວນການຕ້ອນຮັບໃນຄັ້ງນີ້ ໄດ້ມີການມອບຊໍ່ດອກໄມ້ ແລະ ພວງມະໄລ ໃຫ້ແກ່ນັກກິລາເພື່ອເປັນການໃຫ້ກຳລັງໃຈນັກກິລາທຸກໆຄົນທີ່ໄດ້ເສຍສະຫຼະເວລາ, ຕັ້ງໜ້າຝຶກຊ້ອມຕາງໜ້າໃຫ້ແຂວງຜົ້ງສາລີ ກໍຄືເມືອງໃໝ່ຂອງພວກເຮົາເຂົ້າຮ່ວມປະກອບສ່ວນໃນງານແຂ່ງຂັນກິລາມະຫະກຳແຫ່ງຊາດໃນຄັ້ງນີ້ ຊຶ່ງນຳໂດຍ ທ່ານ ນາງ ພອນແກ້ວ ສໍດາລາ ຮອງຂະແໜງກິລາ-ກາຍຍະກໍາ ແລະ ສິລະປະສຶກສາແຂວງ, ຜູ້ຊີ້ນໍາຄະນະນັກກິລາໝາກແລ້, ມີຄູຝຶກ 1 ທ່ານ ແລະ ນັກກິລາ 12 ທ່ານ, ຍິງ 6 ທ່ານ. ໂດຍມີຜູ້ເຂົ້າຮ່ວມແຂ່ງຂັນລວມທັງໝົດມີ 15 ພາກສ່ວນ ໃນ 2 ປະເພດຄື: ແບບ 10 ທ່າ ມີ 6 ລາຍການ ແລະ ແບບ 2 ທ່າ ມີ 6 ລາຍການ; ຊີງໄຊທັງໝົດມີ 12 ຫຼຽນຄໍາ. ຜ່ານການແຂ່ງຂັນຕົວຈິງໃນລະຫວ່າງວັນທີ 20-24 ພະຈິກ 2025 ນັກກິລາໝາກແລ້ແຂວງຜົ້ງສາລີ ສາມາດຊີງເຂົ້າຮອບຮອດ 8 ທີມ 5 ລາຍການ, ຊີງເຂົ້າຮອດຮອບ 4 ທີມ 2 ລາຍການ ແລະ ສາມາດຍາດມາໄດ້ 1 ຫຼຽນເງິນ ໃນລາຍການແຂ່ງຂັນ ແບບ 2 ທ່າດ່ຽວຊາຍ, 1 ຫຼຽນທອງ ຈາກທີມຍິງ ແບບ 2 ທ່າ.
ໂອກາດດັ່ງກ່າວ, ທ່ານ ພອນທະວີ ໄຊມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ທີ່ຄະນະນັກກິລາໝາກແລ້ແຂວງຜົ້ງສາລີ ຍາດມາໄດ້ໃນຄັ້ງນີ້ຢ່າງສຸດຊຶ້ງ, ເພາະບັນລຸເປົ້າໝາຍຕາມຄາດໝາຍທີ່ວາງໄວ້. ຂໍໃຫ້ນັກກິລາທຸກຄົນ ເວົ້າລວມ, ເວົ້າສະເພາະນັກກິລາໝາກແລ້ເມືອງໃໝ່ ທີ່ເປັນຕົວແທນຂອງແຂວງຜົ້ງສາລີ ຈົ່ງຮັກສາມູນເຊື້ອ ແລະ ສືບຕໍ່ພັດທະນາຕົນເອງໃນການຝຶກຊ້ອມໃຫ້ເປັນປົກກະຕິ, ເພື່ອກາຍເປັນນັກກິລາທີ່ເກັ່ງກ້າ, ມີຄວາມພ້ອມຮອບດ້ານເຂົ້າຮ່ວມແຂ່ງຂັນໄດ້ທຸກຮູບແບບໃນລະດັບຕ່າງໆ.
ພາບ-ຂ່າວ: ໄທພອນ ມະນີຈັນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026






