Skip to main content

ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ອັດລົງດ້ວຍຜົນສໍາເລັດອັນຈົບງາມ… ແລ້ວພົບກັນໃໝ່ “ຈຳປາສັກ ເກມ 2028”

27/11/2025
ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນແລງວັນທີ 25 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັັກ 16), ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12, ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ແລະ ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ພ້ອມດ້ວຍບັນດາການນຳ, ອະດີດການນຳຂັ້ນສູນກາງ ແລະ ທ້ອງຖິ່ນ, ແຂກທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ຄູຝຶກນັກກິລາ, ຜູ້ສະໜັບສະໜູນ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ລວມທັງພີ່ນ້ອງຈາກຕ່າງແຂວງ ແລະ ພີ່ນ້ອງເຊື້ອຊາດລາວຈາກຕ່າງປະເທດຢ່າງພ້ອມພຽງ.
ງານດັ່ງກ່າວຈັດຂຶ້ນແມ່ນເພື່ອເປັນການສະຫຼຸບສັງເກດຕີລາຄາການຈັດການແຂ່ງຂັນ ແລະ ຖອດຖອນບົດຮຽນຂະບວນການທີ່ພົ້ນເດັ່ນຕະຫຼອດໄລຍະຂອງການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນຄັ້ງນີ້ ໂດຍໃນພິທີໄດ້ມີການສະແດງຮ້ອງເພງດ່ຽວຍິງ-ຊາຍ, ຮ້ອງເພງລວມໝູ່, ຂະບວນສວນສະໜາມກ້ອນກໍາລັງນັກກິລາເຂົ້າສູ່ສະໜາມ.
ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ລາຍງານຜົນສໍາເລັດຂອງການແຂ່ງຂັນກິລາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃຫ້ຮູ້ວ່າ: ການຈັດການແຂ່ງຂັນນະຄອນຫຼວງວຽງຈັນ ເກມ ຄັ້ງນີ້ ໄດ້ຈັດແຂ່ງຂັນໃນ 33 ປະເພດກິລາ, ຊີງຫຼຽນທັງໝົດ 1.563 ຫຼຽນ,ໃນນີ້ ຫຼຽນຄໍາ 424 ຫຼຽນ, ຫຼຽນເງິນ 425 ຫຼຽນ ແລະ ຫຼຽນທອງ 631 ຫຼຽນ. ມີການເຂົ້າຮ່ວມ 21 ພາກສ່ວນ ຈາກ 3 ກະຊວງ, 1 ນະຄອນຫຼວງວຽງຈັນ ແລະ 17 ແຂວງ ໃນທົ່ວປະເທດ ຊຶ່ງແຕ່ລະພາກສ່ວນກໍລ້ວນແລ້ວແຕ່ມີໄຊຊະນະ ສາມາດຍາດແຍ່ງໄດ້ຫຼຽນຄຳ ກໍຄືຫຼຽນປະເພດຕ່າງໆ ຊຶ່ງສະແດງເຖິງການຍົກລະດັບພັດທະນາກິລາຂອງແຕ່ລະພາກສ່ວນ ແລະ ແມ່ນຜົນງານປະກອບສ່ວນໃຫ້ການແຂ່ງຂັນກິລາພວກເຮົາໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດ ທີ່ຮັບປະກັນໄດ້ ຕາມຄຳຂວັນທຸກປະການ; ໂດຍປະຕິບັດຕາມລະບຽບການແຂ່ງຂັນກິລາ ຂ້າພະເຈົ້າຂໍລາຍງານຜົນການແຂ່ງຂັນ ໃນ 3 ອັນດັບ ຈາກ 21 ພາກສ່ວນ ຄື: ອັນດັບທີ I ໄດ້ແກ່ ນະຄອນຫຼວງວຽງຈັນ ຍາດໄດ້ 109 ຫຼຽນຄໍາ, 91 ຫຼຽນເງິນ ແລະ 119 ຫຼຽນທອງ ລວມ 319 ຫຼຽນ; ອັນດັບທີ II ໄດ້ແກ່ ກະຊວງປ້ອງກັນປະເທດ ຍາດໄດ້ 68 ຫຼຽນຄໍາ, 43 ຫຼຽນເງິນ ແລະ 57 ຫຼຽນທອງ ລວມ 168 ຫຼຽນ ແລະ ອັນດັບທີ III ໄດ້ແກ່ ແຂວງຄໍາມ່ວນ ຍາດໄດ້ 56 ຫຼຽນຄໍາ, 41 ຫຼຽນເງິນ ແລະ 77 ຫຼຽນທອງ ລວມ 174 ຫຼຽນ.
ຕະຫຼອດໄລຍະການແຂ່ງຂັນ, ຄະນະກໍາມະການຈັດການແຂ່ງຂັນທຸກປະເພດກິລາໄດ້ປະຕິບັດຕາມກົດລະບຽບ, ກະຕິກາການແຂ່ງຂັນ ໂດຍມີຄວາມຊື່ສັດ ແລະ ເປັນທໍາທຸກປະການ; ນັກກິລາແມ່ນໄດ້ປະຕິບັດຕາມຕາຕະລາງຂອງການແຂ່ງຂັນ, ເຄົາລົບກົດລະບຽບ, ກະຕິກາ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ອະໄພເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈນັກກິລາ; ການແຂ່ງຂັນໄດ້ສ້າງຄວາມສາມັກຄີອັນດີງາມ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງກະຊວງ ກັບແຂວງຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ. ນອກນັ້ນ ຍັງໄດ້ແລກປ່ຽນປະສົບການທາງດ້ານວັດທະນະທໍາ, ຮີດຄອງປະເພນີ ແລະ ຄວາມເຂົ້າໃຈດ້ານອື່ນຢ່າງຫຼວງຫຼາຍ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວປິດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ບາງຕອນວ່າ: ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງຄະນະຮັບຜິດຊອບຈັດງານ, ຄະນະພັກ, ອໍານາດການປົກຄອງ, ພີ່ນ້ອງປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງຈັນ, ບັນດາຄະນະນໍາກິລາທຸກພາກສ່ວນ, ຄູຝຶກ, ກໍາມະການຕັດສິນ, ນັກກິລາ, ຜູ້ປະກອບການ ແລະ ພີ່ນ້ອງປະຊາຊົນລາວທຸກຊັ້ນຄົນທີ່ໄດ້ໃຫັ້ການປະກອບສ່ວນເຂົ້າຮ່ວມຈັດງານ ເຮັດໃຫ້ງານມະຫະກໍາກິລາແຫ່ງຊາດຄັ້ງນີ້ ມີຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍຢ່າງຈົບງາມ ແລະ ຂໍຊົມເຊີຍຜົນສໍາເລັດດັ່ງກ່າວຢ່າງສຸດອົກສຸດໃຈ. ມາຮອດນີ້ ຂ້າພະເຈົ້າ ຂໍປະກາດປິດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
ຫຼັງຈາກນັ້ນ, ໃນພິທີໄດ້ເຊີນທຸງຊາດ ແລະ ທຸງກິລາ ລົງຈາກຍອດເສົາ (ເຄົາລົບທຸງ) ພ້ອມດຽວກັນກັບໄຟອ່າງທວນໄຟຄ່ອຍໆມອດລົງ ແລະ ໄດ້ມີພິທີມອບ-ຮັບທຸງກິລາແຫ່ງຊາດ ໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ສົ່ງຕໍ່ໃຫ້ ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ ແລ້ວມອບໃຫ້ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມອບຕໍ່ໃຫ້ ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈໍາປາສັກ ໃນການເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 13 ທີ່ແຂວງຈໍາປາສັກ ໃນປີ 2028 ພ້ອມທັງຮັບຊົມການສະແດງຊາວໜຸ່ມຜູ້ເຂັ້ມແຂງ, ລາວນ້ອຍພິກຂີ້ໜູ, ການສະແດງສາມັກຄີບັນດາເຜົ່າຂອງແຂວງເຈົົ້າພາບຄັ້ງຕໍ່ໄປ ແລະ ດອກໄມ້ໄຟຢ່າງສວຍສົດງົດງາມ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບໂດຍ: ລູກນ້ຳເຊ ອິນທະດາລິນ ແລະ ສົງການ ພັນແພງດີ