“ອານິດາ ມິ່ງບຸບຜາ” ນັກແມ້ນປືນເຈົ້າຂອງຫຼຽນເງິນ ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນສ້າງຜົນງານຕ້ອນຮັບວັນຊາດ ຄົບຮອບ 50 ປີ

ຮ້ອຍຕີ ນາງ ອານິດາ ມິ່ງບຸບຜາ ສັງກັດຢູ່ກອງບັນຊາການປ້ອງກັນສູນກາງ ນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ເຂົ້າຮ່ວມໃນຂະບວນການຕ່າງໆຂອງກົມກອງ ກໍຄືການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ທັງເປັນການຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອພ້ອມກັນອອກແຮງແຂ່ງຂັນສ້າງຜົນງານໃຫ້ມີໃບໜ້າອັນໃໝ່ໃຫຍ່ຫຼວງກວ່າເກົ່າ.
ຮ້ອຍຕີ ນາງ ອານິດາ ມິ່ງບຸບຜາ ໜຶ່ງໃນນັກກິລາຍິງປືນເພດຍິງ ກະຊວງ ປກສ ທີ່ຮ່ວມກັບທີມຍາດໄດ້ຫຼຽນເງິນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ສະແດງຄວາມຮູ້ສຶກຕໍ່ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ຕໍ່ນັກຂ່າວໃນວັນທີ 24 ພະຈິກ 2025 ນີ້ວ່າ: ໃນການເຂົ້າຮ່ວມງານກິລາແຫ່ງຊາດຄັ້ງນີ້ ຂ້າພະເຈົ້າຮູ້ສຶກປື້ມໃຈຫຼາຍທີ່ໄດ້ຮັບມອບໝາຍໜ້າທີ່ອັນມີກຽດຈາກຂັ້ນເທິງ ເຖິງແມ່ນວ່າຈະບໍ່ສາມາດຍາດໄດ້ຫຼຽນຄຳ ແຕ່ພວກເຮົາກໍສູ້ສຸດຄວາມສາມາດຍາດໄດ້ຫຼຽນເງິນ ຊຶ່ງຖືວ່າເປັນການກອບສ່ວນສ້າງຜົນງານໃຫ້ກົມກອງ ກໍຄືກະຊວງປ້ອງກັນຄວາມສະຫງົບ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນສະເຫຼີມສະຫຼອງວັນສຳຄັນຂອງພັກ, ຂອງຊາດ, ຮູ້ສຶກເອກອ້າງທະນົງໃຈຕໍ່ຜົນງານອັນຍິ່ງໃຫຍ່ຂອງຊາດ ຂອງປວງຊົນລາວທັງຊາດ ທີ່ຍາດມາໄດ້ເປັນກ້າວໆມາ ແລະ ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງບັນພະບູລຸດ ກໍຄືປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ-ຊີ້ນໍາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຢ່າງພິລະອາດຫານ ນຳພາປະເທດຊາດປົດປ່ອຍຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ຮ້ອຍຕີ ນາງ ອານິດາ ມິ່ງບຸບຜາ ກ່າວອີກວ່າ: ຂ້າພະເຈົ້າໃນນາມກຳລັງປ້ອງກັນຄວາມສະຫງົບ ຜູ້ໜຸ່ມນ້ອຍ ແລະ ຮັກໃນອຸດົມການຂອງພັກ, ຂອງຊາດ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ປະເທດຊາດໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ມາຮອດປີນີ້ ກໍພໍດີຄົບຮອບ 50 ປີ, ຂ້າພະເຈົ້າຈະສືບຕໍ່ດ້ວຍຄວາມເຊື່ອໝັ້ນ ແລະ ຕາຍໃຈຂໍເດີນຕາມແນວທາງຂອງພັກ-ລັດ ດ້ວຍຈິດໃຈຮັກຊາດ ແລະ ຄວາມຮັບຜິດຊອບສູງສຸດ, ຈະສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນ ແລະ ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພະນັກງານສືບທອດໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄວາມສະຫງົບ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ



