Skip to main content

ທ່າພະບາດ ແຂ່ງຂັນກິລາເປຕັງ ຕ້ອນຮັບວັນຊາດ ແລະ ວັນຄ້າຍວັນເກີດປະທານ ໄກສອນພົມວິຫານ ຢ່າງຟົດຟື້ນ

28/11/2025

ເພື່ອເປັນການສ້າງຂະບວນການຂຳ່ນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເຕັມໄປດ້ວຍຄວາມໝາຍ, ຄວາມສຳຄັນ ແລະ ມີບັນຍາກາດອັນຟົດຟື້ນມ່ວນຊື່ນ ໃນວັນທີ 27 ພະຈິກ 2025 ຢູ່ທີ່ເດີ່ນກິລາເປຕັງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ມີຂະບວນການແຂ່ງຂັນກິລາເປຕັງ ຊີງຂັນສະຫາຍເລຂາພັກເມືອງທ່າພະບາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸດອນ ສອນສຸລິນ ເລຂາຄະນະບໍລິຫານງານພັກເມືອງ, ມີຮອງເລຂາພັກເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ, ພະນັກງານ-ລັດຖະກອນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດທີມດ່ຽວຊາຍ ແລະ ປະເພດທີມດ່ຽວຍິງ ຊຶ່ງໄດ້ດຳເນີນການແຂ່ງຂັນເປັນເວລາ 1 ວັນເຕັມ ໂດຍມີນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດລວມມີ 51 ທີມ, ທີມດ່ຽວຊາຍ 32 ທີມ, ທີມດ່ຽວຍິງ 19 ທີມ. ຕະຫຼອດໄລຍະການແຂ່ງຂັນຜົນປະກົດວ່າ:  ປະເພດທີມດ່ຽວຊາຍ ຊະນະເລີດ ທີມກອງບັນຊາການ ປກສ ເມືອງ ໄດ້ຮັບເງິນສົດ 1 ລ້ານກີບ ພ້ອມໂລ້ລາງວັນ 1 ໜ່ວຍ, ຮອງຊະນະເລີດ ທີມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຮັບເງິນສົດ 8 ແສນກີບ ພ້ອມໂລ້ລາງວັນ 1 ໜ່ວຍ, ອັນດັບທີ 3 ທີມທະຫານຊາຍແດນ 254 ໄດ້ຮັບເງິນສົດ 5 ແສນກີບ ແລະ ອັນດັບທີ 4 ທີມຫ້ອງການເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບເງິນສົດ 3 ແສນກີບ.

ສ່ວນປະເພດທີມດ່ຽວຍິງ ຊະນະເລີດ ທີມຫ້ອງການຊາວໜຸ່ມເມືອງ ໄດ້ຮັບເງິນສົດ 1 ລ້ານກີບ ພ້ອມໂລ້ລາງວັນ 1 ໜ່ວຍ, ຮອງຊະນະເລີດ ທີມກອງບັນຊາການ ປກສ ເມືອງ ໄດ້ຮັບເງິນສົດ 8 ແສນກີບ ພ້ອມໂລ້ລາງວັນ 1 ໜ່ວຍ, ອັນດັບທີ 3 ທີມຫ້ອງການສຶກສາທິການ ແລະ ກິລາເມືອງ (1) ໄດ້ຮັບເງິນສົດ 5 ແສນກີບ ແລະ ອັນດັບທີ 4 ທີມຫ້ອງການສຶກສາທິການ ແລະ ກິລາ (2) ໄດ້ຮັບເງິນສົດ 3 ແສນກີບ. ນອກຈາກນີ້, ບໍລິສັດ ວັດທະນາ ທຣານສະປອດ ຈຳກັດ ຍັງໄດ້ມອບເງິນຊຸກຍູ້ໃຫ້ແກ່ທີມນັກກິລາທີ່ຊະນະເລີດ ຍິງ-ຊາຍ, ທີມລະ 3,5 ລ້ານກີບ.

 

ພາບ-ຂ່າວ: ສື່ມວນຊົນເມືອງທ່າພະບາດ