Skip to main content

ສຳເລັດການແຂ່ງຂັນເທັນນິດ ລາຍການ ແຂ້-ພູຜາ ທົວນາເມັນ 2025

03/12/2025

ການແຂ່ງຂັນເທັນນິດ ລາຍການ ແຂ້-ພູຜາ ທົວນາເມນ ປະຈຳປີ 2025 ຫຼື “Crocodile x Phoupha Tennis Tournament 2025” ຈັດຂຶ້ນ ເມື່ອວັນທີ 29 ພະຈິກ 2025 ທີ່ສະໂມສອນເທັນນິດພູຜາ ເຂດບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ,  ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິດ ນະຄອນຫຼວງວຽງຈັນ ແລະ ທ່ານ ດຣ ຈີຣັດ ສີຣິສະເຫຼີມພົງ ຜູ້ຊ່ວຍກຳມະການຜູ້ຈັດການໃຫຍ່ ອາວຸໂສ ບໍລິສັດ Crocodile  ຄອບປໍເຣຊັນ ຈຳກັດ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນ, ປະທານສະໂມສອນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ກໍຄື ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

ລາຍການນີ້ ໂດຍເປັນການຮ່ວມມືກັນລະຫວ່າງ ບໍລິສັດ Crocodile  ຄອບປໍເຣຊັນ ຈຳກັດ ຫຼື ຜະລິດຕະພັນກາແຂ້, ສະໂມສອນ ເທັນນິດ ພູຜາ ແລະ ຮ້ານຈຳໜ່າຍເຄື່ອງໃຊ້ຄົວເຮືອນຄົບວົງຈອນ ພອນທິບ ໂຮມເຊັນເຕີ (Phonethip Home Center)  ມີນັກກິລາເຂົ້າຮ່ວມແຂ່ງຂັນນັບແຕ່ຮຸ່ນອາຍຸ 6 ປີ ຈົນເຖິງອາຍຸ 16 ປີ ຈຳນວນ 100 ກວ່າຄົນຮ່ວມຊີງໄຊ ໃນນັ້ນ ຍັງມີຂັນລາງວັນ ແລະ ທຶນການສຶກສາ ໃຫ້ນັກກິລາເທັນນິດອະນຸຊົນ-ເຍົາວະຊົນລາວອີກດ້ວຍ.  ຊຶ່ງລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການສົ່ງເສີມນັກກິລາເຍົາວະຊົນລາວ ກໍຄື ນະູອນຫຼວງວຽງຈນ ໃຫ້ມີການເຄື່ອນໄຫວພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອກ້າວສູ່ທີມຊາດ ແລະ ການເປັນນັກກິລາເທັນນິດອາຊີບ ໃນອະນາຄົດ.

ມີການຊີງໄຊ 4 ລາຍການ ປະເພດດ່ຽວຊາຍ ແລະ ດ່ຽວຍິງ ຜ່ານການແຂ່ງຂັນຕະຫຼອດວັນຜົນປະກົດວ່າ: ຮຸ່ນອາຍຸ 14-16 ປີ ແຊ໋ມເປັນຂອງທ້າວ ພູຜາ ຈັນທະວົງ, ອັນດັບທີ 2 ທ້າວ ເອກະລາດ; ຮຸ່ນອາຍຸ 12 ປີດ່ຽວຍິງ ແຊ໋ມເປັນຂອງ ນາງ ຈັນທະພອນ ແລະ ຮອງແຊ໋ມນາງ ມະນີຊ້ອນ; ຮຸ່ນອາຍຸ 12 ປີດ່ຽວຊາຍ ແຊ໋ມ ທ້າວ ໄຊຊະນະ ຈັນສົມພູ ແລະ ຮອງແຊ໋ມແມ່ນ ທ້າວ ເຄວິນ ຈັນທະວົງ; ຮຸ່ນອາຍຸ 10 ດ່ຽວຊາຍ ແຊ໋ມແມ່ນທ້າວ ເຈຄັອບ ນັກກິລາ ແລະ ຮອງແຊ໋ມແມ່ນທ້າວ ເຄວິນ ນັກກິລາ ເກົາຫຼີ.

 

ນອກຈາກນັ້ນ, ກໍຍັງມີກິດຈະກຳກິລາເທັນນິດ ເພື່ອເປັນການຍົກລະດັບຄວາມສາມາດໃນການທົດສອບນກກິລາເທັນນິດຮຸ່ນສືບທອດອີກດ້ວຍ.

 

ພາບ-ຂ່າວໂດຍ ສົງການ ພັນແພງດີ