ສຕລ ມອບເງິນ 100 ລ້ານກີບ ອັດສີດນັກກິລາທີມຊາດລາວ ຢູ-17 ຊຸດເຂົ້າຮ່ວມແຂ່ງຂັນຊີງແຊ໋ມອາຊີ 2026

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດພາເຂົ້າສາມັກຄີຕ້ອນຮັບຄະນະນັກກິລາ ຮຸ່ນອາຍຸບໍ່ເກີນ 17 ປີ (U-17) ທີມຊາດລາວ ຊຸດເຂົ້າຮ່ວມຄັດເລືອກບານເຕະຊາຍ U-17 ຊີງແຊ໋ມອາຊີ 2026 ແລະ ມອບເງິນຊຸກຍູ້ 100 ລ້ານກີບ ພາຍຫຼັງທີ່ຄະນະນັກກິລາດັ່ງກ່າວ ເດີນທາງກັບມາເຖິງ ສປປ ລາວ, ຄະນະນຳສະຫະພັນບານເຕະແຫ່ງຊາດລາວ ນຳໂດຍ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບຄະນະນຳ, ຄູຝຶກ ແລະ ນັກກິລາຊຸດນີ້ ໃນຕອນແລງວັນທີ 2 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄະນະນັກກິລາຊຸດນີ້ ເຖິງວ່າບໍ່ສາມາດຜ່ານການຄັດເລືອກໄປຫຼິ້ນໃນຮອບສຸດທ້າຍ ແຕ່ຄະນະນັກກິລາທຸກຄົນ ໄດ້ສະແດງໃຫ້ເຫັນເຖິງຄວາມທຸ້ມເທເພື່ອຊາດສຸດຄວາມສາມາດ ເຖິງແມ່ນວ່າ ພົບສະພາບແວດລ້ອມທີ່ໜາວເຢັນ ສົ່ງຜົນຕໍ່ສຸຂະພາບ ແລະ ສະມັດຕະພາບຮ່າງກາຍ ລວມທັງຄູ່ຕໍ່ສູ້ທີ່ແຂງແກ່ນ, ຜົນງານຄັ້ງນີ້ ໄດ້ສ້າງຄວາມປະທັບໃຈບໍ່ໜ້ອຍຈາກແຟນບານ ແລະ ເຫັນໄດ້ເຖິງພັດທະນາການທີ່ດີ ເພື່ອກັບໄປຝຶກຝົນໃຫ້ໜັກກວ່າເກົ່າ ເພື່ອຮັບໃຊ້ຕົ້ນສັງກັດ ແລະ ທີມຊາດຕໍ່ໄປ.
ສຳລັບຜົນງານຂອງ U-17 ທີມຊາດລາວ ໃນການຄັດເລືອກຄັ້ງນີ້ ນັດທຳອິດ ຊະນະ ກວມ 8-0, ນັດທີສອງ ຊະນະ ກຳປູເຈຍ 5-1, ນັດທີສາມ ຊະນະ ປາກິດສະຖານ 2-1, ນັດທີ 4 ເສຍໃຫ້ ເຈົ້າພາບ ກີກິດສະຖານ 2-3 ແລະ ນັດສຸດທ້າຍ ນັດທີ 5 ເສຍໃຫ້ U-17 ເຢເມັນ 2-4 ລວມແລ້ວ 5 ນັດ ຊະນະ 3 ເສຍ 2 ຍິງໄດ້ 19 ປະຕູ ເສຍ 9 ປະຕູ ຕົກຮອບຄັດເລືອກຢ່າງໜ້າເສຍດາຍ.
ກ່ອນໜ້ານີ້ U-17 ທີມຊາດລາວ ແມ່ນເຄີຍຜ່ານການຄັດເລືອກໄປຫຼິ້ນໃນຮອບສຸດທ້າຍ 3 ຄັ້ງ : ປີ 2004 ທີ່ຍີ່ປຸ່ນ, ປີ 2012 ທີ່ອີຣານ ແລະ ປີ 2023 ທີ່ປະເທດໄທ ແຕ່ບໍ່ຜ່ານຮອບແບ່ງກຸ່ມທັງ 3 ຄັ້ງ.
ແຫຼ່ງຂ່າວ: ຂ່າວກິລາ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



