ສປປ ລາວ ພ້ອມສົ່ງທັບນັກກິລາ 39 ປະເພດ ຮ່ວມລ່າເປົ້າໝາຍ 5 ຫຼຽນຄຳ ງານກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ
08/12/2025

ພິທີຖະແຫຼງຂ່າວການກະກຽມຄວາມພ້ອມ ແລະ ໂອ້ລົມທັບນັກກິລາລາວ ກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ມີຮອງປະທານ ແລະ ເລຂາທິການ ຄອລ, ຄະນະນຳກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຄູຝຶກ-ນັກກິລາ ແລະ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ.
ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານກິລາຊີເກມຄັ້ງນີ້, ສປປ ລາວ ຈະສົ່ງທັບນັກກິລາລາວທັງໝົດ 39 ປະເພດກິລາ, ໃນນັ້ນ 19 ປະເພດກິລາ ໄດ້ນໍາໃຊ້ງົບປະມານຂອງລັດຖະບານ ແລະ 20 ປະເພດກິລາ ແມ່ນກຸ້ມຕົນເອງຮອບດ້ານ. ຊຶ່ງຄະນະກິລາທີມຊາດ ໄດ້ເຂົ້າສູນຝຶກຊ້ອມກະກຽມໃນເວລາ 120 ວັນ ແລະ ໄດ້ກຳນົດ 4 ຈຸດໃຫຍ່ ຄື: ສະຖາບັນກິລາ-ກາຍຍະກໍາ, ເຂດມະຫາວິທະຍາໄລແຫ່ງຊາດ, ສູນບູໂດເຊັນເຕີ ແລະ ສະໜາມກິລາແຫ່ງຊາດ (ຫຼັກ 16); ນັບມາຮອດປັດຈຸບັນ ທັບນັກກິລາລາວ ພ້ອມແລ້ວຮ້ອຍສ່ວນຮ້ອຍ ພ້ອມຄາດໝາຍຈະສູ້ຊົນໃຫ້ໄດ້ 3-5 ຫຼຽນຄໍາ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ເນັ້ນໃຫ້ທັບນັກກິລາທີມຊາດລາວ ເອົາໃຈໃສ່ປະຕິບັດຕາມກົດລະບຽບກະຕິກາ ທີ່ຄູຝຶກວາງແຜນໄວ້, ທຸກຄົນຕ້ອງຮູ້ໄດ້, ຮູ້ເສຍ ແລະ ຮູ້ໃຫ້ອະໄພ ເຄົາລົບກົດກະຕິກາການແຂ່ງຂັນ ມີໄມຕິຈິດມິດຕະພາບ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງເປັນທູດປະຊາຊົນ ໂຄສະນາເຜີຍແຜ່ວັດທະນະທໍາລາວ ສູ່ບັນດານັກກິລາຈາກປະເທດຕ່າງໆ ແລະ ພ້ອມກັນສູ້ຊົນຍາດຫຼຽນລາງວັນ ຕາມທີ່ຄະນະນໍາ ໄດ້ຕັ້ງເປົ້າໝາຍໄວ້ ສ້າງກຽດຊື່ສຽງໃຫ້ແກ່ຕົນ, ຄອບຄົວ ແລະ ປະເທດຊາດ.
ໃນພິທີດັ່ງກ່າວ ກໍຍັງມີພິທີມອບ-ຮັບ ການສະໜັບສະໜູນ ຈາກບໍລິສັດຫຸ້ນສ່ວນ ໂດເນັກ ກຣຸບ (DONEX Group) ຈາກ ສສ ຫວຽດນາມ ໃຫ້ການອຸປະຖໍາຊຸດກິລາ ເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 33 ເປັນມູນຄ່າ 96,804 ໂດລາສະຫະລັດ ຫຼື ປະມານ 2 ຕື້ກວ່າກີບ; ບໍລິສັດ ເບຍລາວ ຈໍາກັດ ອຸປະຖໍາເປັນເງິນລາງວັນຫຼຽນຄໍາ ແລະ ຜະລິດຕະພັນເຄື່ອງດື່ມ ມູນຄ່າ 304,600,000 ກີບ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ການອຸປະຖໍາເງິນຫຼຽນລາງວັນ ຄາດຄະເນມູນຄ່າ 905,000,000 ກີບ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ




