ສຳເລັດການແຂ່ງຂັນເທັນນິດ AMBASSADOR CUP 2025 ຄັ້ງທີ 2
09/12/2025

ສະຫະພັນກິລາເທັນນິດແຫ່ງຊາດລາວ ຮ່ວມກັບ ANOTHAI SPORTTING CLUB ຈັດການແຂ່ງຂັນເທັນນິດລາຍການ AMBASSADOR CUP 2025 ຄັ້ງທີ 2 ໃນສປປ ລາວ ທີ່ສະໜາມເທັນນິດ ANOTHAI SPORTTING CLUB ທີ່ບ້ານດົງນາໂຊກ ນະຄອນຫຼວງວຽງຈັນ ເມື່ອລະຫວ່າງວັນທີ 6-7 ທັນວາ 2025 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ແລະ ທ່ານ ອາແຊນ ອາໂນໄທ ເຈົ້າຂອງສະໜາມເທັນນິດ ອາໂນໄທ ສະປອດຕິງ ຄລັບ ຕະຫຼອດບັນດານັກກິລາຈາກ 12 ຊາດເຂົ້າຮ່ວມ
ການແຂ່ງຂັນລາຍການນີ້ມີນັກກິລາເກືອບ 100 ຄົນ ຈາກ 12 ສັນຊາດ ທີ່ມາຈາກສະຖານທູດປະຈໍາ ສປປ ລາວ ແລະ ຈາກປະເທດໄທເຂົ້າຮ່ວມ ຊຶ່ງລາຍການດັ່ງກ່າວ ແຂ່ງຂັນທັງໝົດ 81 ເກມ ພ້ອມທັງກຳນົດນັກກິລາຍິງຕ້ອງມີອາຍຸ 30 ຂຶ້ນໄປ ແລະ ຊາຍອາຍຸ 40 ຂຶ້ນໄປ ກໍເພື່ອເປັນການສ້າງຄວາມສາມັກຄີ ແລະ ແລກປ່ຽນໃຫ້ນັກກິລາສັນຊາດຕ່າງໆ ທີ່ມາເຮັດວຽກສາຍການທູດ ແລະ ດຳເນີນທຸລະກິດຢູ່ໃນ ສປປ ລາວ ຮ່ວມກັນສະເຫຼີມສະຫຼອງສົ່ງທ້າຍປີ 2025 ແລະ ຕ້ອນຮັບປີໃໝ່ 2026 ພ້ອມທັງເປັນການໂຄສະນາສົ່ງເສີມການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ຜ່ານການແຂ່ງຂັນໃນຮອບຮອງຊະນະເລີດ ລາວ ຊະນະ ອັງກິດ 3-2 ເກມ ແລະ ໄທ ຊະນະ ຝຣັ່ງ 3-2 ເກມ ເຮັດໃຫ້ນັກກິລາທັງສອງຊາດ ລາວ-ໄທ ໂຄຈອນມາພົບກັນໃນນັດຊີງຊະນະເລີດ ແລະ ກໍເປັນ ນັກກິລາເທັນນິດຈາກໄທ ສາມາດເອົາຊະນະ ນັກກິລາເທັນນິດ ຈາກລາວ ໄປແບບຫວຸດຫວິດ 3-2 ເກມ ຄວ້າແຊ໋ມລາຍການນີ້ໄປຄອງ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026

