ອອກເດີນທາງແລ້ວ ຄະນະທັບນັກກິລາລາວ ຊຸດໃຫຍ່ ຮ່ວມເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ
17/09/2026

ຄະນະນຳ, ຄູຝຶກ ແລະ ທັບນັກກິລາທີມຊາດລາວ ຂະບວນຊຸດໃຫຍ່ ອອກເດີນທາງເຂົ້າຮ່ວມ ງານມະຫາກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19 ກັນຍາ ເຖິງ 04 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ.
ໃນຕອນແລງວັນທີ 16 ກັນຍາ 2026 ທີ່ສະໜາມບິນສາກົນ ວັດໄຕ ຄະນະທັບນັກກິລາລາວ ຂະບວນຊຸດໃຫຍ່ ນຳໂດຍທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຫົວໜ້າຄະນະນຳພາທັບນັກກິລາລາວ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ, ບັນດາພະນັກງານກອງເລຂາ, ຄູຝຶກ ແລະ ນັກກິລາ ຈາກກາຣາເຕໂດ້ ແລະ ກິລາວູຊູ ຕະຫຼອດຮອດພໍ່ແມ່ນັກກິລາ ກໍຄື ຊາວນະຄອນຫຼວງວຽງຈັນ ມາຮ່ວມອວຍພອນສົ່ງທັບນັກກິລາລາວ.
ກ່ອນໜ້ານີ້ 15 ກັນຍາ 2026 ກໍມີທັບກິລາຊັອບເທັນນິດ ແລະ ກິລາປິ່ງປ່ອງ ໄດ້ອອກເດີນທາງຮອດປະເທດດັ່ງກ່າວ ດ້ວຍຄວາມສະຫວັດດີພາບ ສ່ວນກິລາ ຍີມນາສະຕິກ ແລະ ກິລາຢູໂດ ແມ່ນໄດ້ເດີນທາງໄປເກັບຕົວຝຶກຊ້ອມທີ່ະເທດຍີ່ປຸ່ນ ມາໄດ້ໄລຍະໜຶ່ງແລ້ວ ແລະ ກິລາປະເພດທີ່ເຫຼືອ ກໍຈະຖະຍອຍອອກເດີນທາງຕາມຫຼັງໄປ.
ໃນການເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ສປປ ລາວ ໄດ້ສົ່ງຄະນະນຳ, ກອງເລຂາ, ແພດ ແລະ ນັກຂ່າວ ທັງໝົດ 12 ທ່ານ, ຄະນະຄູຝຶກ 38 ທ່ານ ແລະ ນັກກິລາ 72 ຄົນ ລວມທັງຫມົດ 122 ທ່ານ ຈາກ 15 ປະເພດກິລາ ປະກອບມີ ວູຊູ, ແລ່ນ-ລານ, ລອຍນໍ້າ, ຢູໂດ, ກາຣາເຕໂດ, ຈູຈິດສູ, ມວຍສາກົນ, ເທັກບອນ, ກະຕໍ້, ຟັນດາບ, ຍິມນາສະຕິກ, ອີ-ສະປອດ, ດອກປີກໄກ່, ປິ່ງປ່ອງ, ຊັອບເທັນນິດ ການເເຂ່ງຂັນມີຢູ່ 2 ຈຸດໃຫຍ່ຄື: ເມືອງໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ (ສະເພາະກິລາລອຍນໍ້າ).
ເອຊຽນ ເກມ ຄັ້ງທີ 20 ປີນີ້ ສປປ ລາວ ໄດ້ວາງຄາດໝາຍຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ມາຝາກພໍ່ແມ່ປະຊາຊົນບັນດາເຜົ່າຊາວລາວ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026
- ມອບລົດຖີບ 30 ຄັນ ໃຫ້ເດັກນັກຮຽນຮຽນດີ-ຂາດເຂີນ ເມືອງຜາອຸດົມ ເພື່ອສົ່ງເສີມໂອກາດທາງການຮຽນ
- ສປປ ລາວ ສຸມໃສ່ການຫຼຸດຜ່ອນອຸບັດຕິເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
- ຕີມໍເລັດສະເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ
- ອອກເດີນທາງແລ້ວ ຄະນະທັບນັກກິລາລາວ ຊຸດໃຫຍ່ ຮ່ວມເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ
- ສປປ ລາວ ນຳສະເໜີຜົນສຳເລັດສື່ການຮຽນ-ການສອນຝຶກເວົ້າພາສາລາວ ຢູ່ມະຫາວິທະຍາໄລ ອອກສະຟອດ



