ຄະນະຮັບຜິດຊອບລະດັບຊາດ ຈັດງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ລົງຕິດຕາມ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ
11/12/2025

ໃນລະຫວ່າງການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງນີ້ ຄະນະຮັບຜິດຊອບລະດັບຊາດ ນຳໂດຍ ທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນຳກຳມະການພິທີເປີດ-ປິດ ແລະ ໂຄສະນາ-ປະຊາສຳພັນ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ ແລະ ໃຫ້ກຳລັງໃຈ ເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ກຳນົດ 9 ປະເພດກິລາເຂົ້າແຂ່ງຂັນຄື: ກິລາຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະຄົນພິການຕາ 5 ຄົນ, ບ໊ອດເຊຍ, ດອກປີກໄກ່, ຟັນດາບ ຊຶ່ງມີລະດັບຄວາມເປັນພິການ ທີ່ແຕກຕ່າງກັນ. ຊຶ່ງ ໃນ 9 ປະເພດກິລານີ້ ຈະມີການຊີງໄຊທັງໝົດ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນເງິນ ຈະແຂ່ງຂັນລະຫວ່າງວັນທີ 14-19 ທັນວານີ້. ມື້ເປີດງານທາງການ ວັນທີ 14 ທັນວາ 2025 ຢູ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ເລີ່ມແຕ່ເວລາ 08:00-11:30 ໂມງ ເຂົ້າຊົມໂດຍບໍ່ເສຍຄ່າ.
ເຊີນຊວນ ປະຊາຊົນລາວບັນດາເຜົ່າ ມາຮ່ວມຊົມພິທີເປີດງານ ເພື່ອໃຫ້ກຳລັງໃຈຄະນະນັກກິລາຄົນພິການລາວ ທີ່ຈາກນະຄອນຫຼວງ ແລະ ບັນດາແຂວງຕ່າງໆ ໃຫ້ປະສົບຜົນສຳເລັດໃນການແຂ່ງຂັນຄັ້ງນີ້.
ແຫຼ່ງຂ່າວ: News & Photo: ຂ່າວກິລາ Lao National TV
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



