Skip to main content

ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ໄຂຂຶ້ນຢ່າງເປັນທາງການ

14/12/2025
ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ພາຍໃຕ້ຄໍາຂວັນ “ມິດຕະພາບ, ສະເໝີພາບ ເເລະ ການພັດທະນາ” ທີ່ນະຄອນຫວງວຽງຈັນ ຮັບກຽດເປັນເຈົ້າພາບ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 14 ທັນວາ 2025 ຢູ່ສະໂມສອນໃຫຍ່ ມະຫາວິທະຍາໄລເເຫ່ງຊາດ ວິທະຍາເຂດດົງໂດກ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ເເລະ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ເເລະ ກິລາ ປະທານຮ່ວມຈັດງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV, ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ມີການນໍາຂັ້ນສູງ ພັກ-ລັດ ສູນກາງ, ນະຄອນຫຼວງວຽງຈັນ, ແຂວງ, ຄະນະນໍາ, ຄູຝຶກ ເເລະ ນັກກິລາທີ່ມາຈາກ 17 ເເຂວງ ແລະ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍມວນຊົນເປັນຈໍານວນຫຼາຍ.
ພິທີທາງການໄດ້ເລີ່ມຕົ້ນຂຶ້ນດ້ວຍຂະບວນກ້ອນກຳລັງ ປ້າຍຊົມເຊີຍງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025, ຂະບວນທຸງຊາດ, ທຸງກິລາ ເເລະ ທຸງສັນຍາລັກ ພ້ອມດ້ວຍຂະບວນກ້ອນກໍາລັງຂອງນະຄະນໍາ, ຄູຝຶກ ເເລະ ນັກກິລາ ທີ່ມາຈາກ 17 ເເຂວງ ເເລະ 1 ນະຄອນຫຼວງວຽງງຈັນ ເຂົ້າສູ່ສະໜາມ. ຫຼັງຈາກນັ້ນ, ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ໄດ້ລາຍງານສະພາບການກະກຽມຄວາມພ້ອມ ເເລະ ໃຫ້ຮູ້ເຖິງຄວາມໝາຍຄວາມສໍາຄັນ ຂອງການຈັດງານມະຫະກໍາກິລາຄັ້ງນີ້ ໃຫ້ຮູ້ວ່າ: ງານມະຫະກຳກິລາຄົນພິການແຫ່ງຊາດ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຕົນບໍ່ພິການ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກຳ ເພື່ອສຸຂະພາບ ແລະ ມິດຕະພາບ ຂອງມວນມະນຸດພວກເຮົາ, ການຈັດງານມະຫະກຳກິລາຕັນພິການແຫ່ງຊາດໃນຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈຳທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບ ສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄືຢູ່ໃນຂະບວນກິລາ-ກາຍຍະກຳ ທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ. ນອກຈາກນີ້, ການຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິຕີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ. ພິເສດການແຂ່ງຂັນຄັ້ງນີ້ ແມ່ນຄັດເລືອກເອົານັກກິລາທີ່ດີເດັ່ນ ມີພອນສະຫວັນ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາອາຊຽນ ພາຣາເກມ ຄັ້ງທີ 13 ທີ່ປະເທດໄທ ໃນເດືອນມັງກອນ 2026 ທີ່ຈະມາເຖິງນີ້”.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າການນໍາພັກ-ລັດ ເເລະ ຄະນະກໍາມະການຈັດການເເຂ່ງຂັນກ່າວເປີດງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ4 ວ່າ:ຕາງໜ້າລັດຖະບານ ຂໍສະແດງຄວາມຊົມເຊີຍ ມາຍັງ ນະຄອນຫຼວງວຽງຈັນເຈົ້າພາບ, ກະຊວງສຶກສາທິການ ແລະ ກິລາ, ຄະນະຮັບຜິດຊອບຈັດງານ ແລະ ຄະນະນັກກິລາຄົນພິການ ທີ່ໄດ້ເປັນເຈົ້າການກະກຽມຄວາມ ພ້ອມຮອບດ້ານສາມາດເຮັດໃຫ້ງານມະຫາກຳກິລາຄັ້ງນີ້ ໄຂຂຶ້ນຕາມກຳນົດເວລາທີ່ວາງໄວ້.ພັກ-ລັດເຮົາ ເຫັນແຈ້ງບົດບາດຄວາມໝາຍສໍາຄັນ ຂອງຄົນພິການ ຈິ່ງໄດ້ຈັດງານແຂ່ງຂັນ ກິລາຄັ້ງນີ້ ເພື່ອສົ່ງເສີມຄວາມເທົ່າທຽມກັນ ລະຫວ່າງ ຄົນພິການ ແລະ ບໍ່ພິການ.ຫວັງວ່າ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ໂອຍເອື້ອໄປດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ຄວາມເບີກບານມ່ວນຊື່ນ.
ພາຍຫຼັງນາຍົກລັດຖະມົນຕີ ກ່າວເປີດພິທີຢ່າງເປັນທາງການເເລ້ວ ຕາງໜ້າຄະນະກໍາມະການຕັດສິນ, ນັກກິລາໄດ້ຂຶ້ນກ່າວຄໍາປະຕິຍານຕົນເອງ ຫຼັງຈາກນັ້ນທວນໄຟເເຫ່ງສັນຍາລັກງານມະຫະຫາກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ໄດ້ຖືກຈູດຂຶ້ນໃສ່ອ່າງໄຟ ນັ້ນສະເເດງວ່າງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ໄດ້ເລີ່ມຂຶ້ນຢ່າງເປັນທາງການເເລ້ວ. ນອກຈາກນີ້ພິທີໄດ້ຮັບຊົມການສະເເດງສິນລະປະວັດທະນະທໍາ ປະກອບມີບົດຟ້ອນ 3 ລາຍການ ຄື: ເຂົ້າໜຽວສຽງແຄນ, ສະເໜ່ເມືອງລາວ, ສາມັກຄີ, ມີພະລັງ ແລະ ຄວາມຫວັງ, ບວກກັບຮ້ອງເພງອີກ 5 ລາຍການ ຄື: ຮ້ອງດ່ຽວຊາຍ ໄດ້ຮັບນະໂຍບາຍແຕ່ບໍ່ເຫັນໜ້າ, ຮ້ອງຄູ່ຍິງ-ຊາຍ ສູ້ດ້ວຍຫົວໃຈ, ລໍາເດີນດ່ຽວຍິງ ວາດສະໜາໜ້ອຍ, ຮ້ອງດ່ຽວຊາຍ ເລືອກເກີດບໍ່ໄດ້ ແລະ ຮ້ອງລວມໝູ່ຊາຍ ວຽງຈັນພົບກັນຕື່ມອີກ.
ສໍາລັບງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ IV ເລີ່ມເເຂ່ງຂັນຢ່າງເປັນທາງການ ໃນລະຫວ່າງວັນທີ 14-19 ທັນວານີ້ ມີທັງໝົດ 9 ປະເພດກິລາຄື: ຍົກນໍ້າໜັກ, ແລ່ນ-ລານ, ລອຍນໍ້າ, ບານບ້ວງລໍ້ເລື່ອນ, ໂກນບານ, ບ໋ອດເຊຍ,ບານເຕະຄົນ ພິການຕາ 5 ຄົນ, ກິລາດອກປີກໄກ່ ແລະ ກິລາຟັນດາຍ. ມີການແຂ່ງຂັນທັງໝົດ 172 ລາຍການ, ຊີງໄຊຫຼຽນຄໍາ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 172 ຫຼຽນ, ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນນັ້ນມີຄະນະ ນໍາ, ຄູຝຶກ, ຜູ້ຊ່ວຍ 395 ທ່ານ ແລະ ນັກກິລາ 313 ທ່ານ ລວມທັງໝົດ 708 ທ່ານ ກໍານົດເອົາພະທາດຫຼວງເປັນສັນຍາລັກ ເເລະ ກໍານົດເອົານົກຍຸງເປັນສັດນໍາໂຊກ.
ພາບໂດຍ: ລູນນ້ຳເຊ ອິນທະດາລິນ ແລະ ສົງການ ພັນແພງດີ
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ