ອະນຸກຳມະການສູນຂ່າວ ຫາລືກະກຽມຄວາມພ້ອມພິທີເປີດ ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV
14/12/2025

ອະນຸກຳມະການສູນຂ່າວ, ໂຄສະນາ ແລະ ວາງສະແດງມູນເຊື້ອກິລາ, ກຳມະການພິທີເປີດ-ປິດ ແລະ ໂຄສະນາໂຄສະນາປະຊາສຳພັນ, ຄະນະກຳມະການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ IV ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມຮັບໃຊ້ພິທີເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ IV ແລະ ວາງແຜນວຽກປິ່ນອ້ອມອື່ນໆ ໃນຕອນບ່າຍວັນທີ 12 ທັນວາ 2025 ທີ່ສູນຂ່າວ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເດັດດາ ສີອຳພອນ ຮອງຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ທັງເປັນຮອງຫົວໜ້າກຳມະການພິທີເປີດ-ປິດ ແລະ ໂຄສະນາປະຊາສຳພັນ, ຄະນະຊີ້ນຳອະນຸກຳມະການສູນຂ່າວ, ໂຄສະນາ ແລະ ວາງສະແດງມູນເຊື້ອກິລາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ, ກຳມະການພິທີເປີດ-ປິດ ແລະ ໂຄສະນາປະຊາສຳພັນ, ຄະນະຊີ້ນຳອະນຸກຳມະການສູນຂ່າວ, ໂຄສະນາ ແລະ ວາງສະແດງມູນເຊື້ອກິລາ, ພ້ອມດ້ວຍຄະນະຮັບຜິດຊອບ ຄຸ້ມຄອງສື່ມວນຊົນ ແລະ ບັນນາທິການ ຕະຫຼອດຮອດສື່ມວນຊົນແຕ່ລະພາກສ່ວນຢ່າງພ້ອມພຽງ.
ໃນພິທີ, ທ່ານ ສຸກສາຄອນ ສີປະເສີດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນສູນຂ່າວ ຊຶ່ງໄດ້ມີການແບ່ງກັນຢ່າງລະອຽດ ເຊັ່ນ: ຄະນະຊີ້ນຳລວມ, ຄະນະຮັບຜິດຊອບຄຸ້ມຄອງສື່ມວນຊົນ ແລະ ບັນນາທິການ ແລະ ໜ່ວຍງານນັກຂ່າວ ແລະ ຊ່າງພາບພາກສະໜາມ (ພາບວິດີໂອ ແລະ ພາບນິ້ງ) ທັງນີ້ກໍເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງບັນດາສື່ມວນຊົນຮັບໃຊ້ແກ່ພິທີເປີດ-ປິດ ແລະ ການແຂ່ງຂັນກິລາແຕ່ລະປະເພດ ແຕ່ລະສະໜາມ ຮັບປະກັນໄດ້ທັງຂໍ້ມູນ ແລະ ຮູບພາບວິດີໂອ ແລະ ພາບນິ້ງ ເພື່ອເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 14-19 ທັນວາ 2025 ມີຜົນສຳເລັດຕາມລະດັບຄາດໝາຍ.
ໂອກາດນີ້, ທ່ານ ສະເດັດດາ ສີອຳພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບອະນຸກຳມະການສູນຂ່າວແລະ ໂຄສະນາ ກໍຄືຄະນະຮັບຜິດຊອບຄຸ້ມຄອງສື່ມວນຊົນ ແລະ ບັນນາທິການ ທີ່ໄດ້ມີການຫ້າງຫາກະກຽມ ແລະ ແບ່ງວຽກໃຫ້ສື່ມວນຊົນແຕ່ລະພາກສ່ວນຢ່າງລະອຽດ ໂດຍສະເພາະແມ່ນການແບ່ງວຽກໃນພິທີເປີດ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນວັນທີ 14 ທັນວາ 2025 ໃຫ້ມີຜົນສຳເລັດຕາມລະຄາດໝາຍ. ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສື່ມວນຊົນແຕ່ລະພາກສ່ວນທີ່ຖືກມອບໝາຍຮັບໃຊ້ງານກິລາຄັ້ງນີ້ ຈົ່ງພ້ອມກັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ນຳຂໍ້ມູນ ແລະ ພາບທີ່ລົງຖ່າຍທຳແຕ່ລະສະໜາມມາລົງໃນສູນຂ່າວ, ການນຸ່ງຖືໃຫ້ມີຄວາມເປັນລະບຽບຮຽບຮ້ອຍເພື່ອຄວາມສວຍງາມ ແລະ ຊ່ວຍການກະຈາຍຂ່າວລົງສື່ຂອງຕົນໃຫ້ຫຼາຍໆ ເພື່ອໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
ສຳລັບການຈັດງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ກໍານົດແຂ່ງຂັນ 9 ປະເພດກິລາ ຄື: ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະຄົນພິການຕາ 5 ຄົນ, ບ໊ອດເຊຍ, ດອກປີກໄກ່ ແລະ ຟັນດາບ. ຊຶ່ງມີການຊີງໄຊທັງໝົດ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບໂດຍ: ບຸນທະວີ ນະວົງສາ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026


