ກິລາຍົກນໍ້າ ນະຄອນຫຼວງວຽງຈັນ ພາຣາເກມ 2025 ຈະຊີງໄຊ 10 ຫຼຽນຄໍາ
14/12/2025

ການແຂ່ງຂັນກິລາຍົກນ້ຳໜັກຄົນພິການ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ມີນັກກິລາຈາກ 12 ແຂວງ ແລະ 1 ເຈົ້າພາບ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໂດຍມີການຊີງໄຊທັງໝົດ 10 ຫຼຽນຄຳ ແລະ ຈະເລີ່ມເປີດສາກຂຶ້ນໃນວັນທີ 13 ທັນວາ 2025 ນີ້້.
ໃນຕອນເຊົ້າວັນທີ 12 ທັນວາ 2025 ທີ່ສູນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມເຕັກນິກຈັດການແຂ່ງຂັນກິລາຍົກນ້ຳໜັກຄົນພິການ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 14-19 ທັນວາ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ, ມີຮອງປະທານ, ເລຂາທິການ, ຄະນະບໍລິຫານງານສະຫະພັນ, ຄະນະນຳ, ຄູຝຶກ, ຜູ້ຕາງໜ້າຈາກ 12 ແຂວງ ແລະ ເຈົ້າພາບ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄອນພະຈັນ ໄຊຍະສຸກ ໃຫ້ສຳພາດວ່າ: ສະເພາະກິລາຍົກນ້ຳໜັກ ແມ່ນຈະທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ຄືເລີ່ມແຂ່ງຂັນລະຫວ່າງວັນທີ 13-15 ທັນວາ 2025 ທີ່ສູນກິລາໃນຮົ່ມບູຢອງ ໂດຍມີການຊີງໄຊທັງໝົດ 10 ຮຸ່ນນ້ຳໜັກ ກໍຄື 10 ຫຼຽນຄຳ, ໃນນັ້ນມີ 12 ແຂວງ ແລະ 1 ເຈົ້າພາບ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ປະກອບມີ: ສະຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື, ຄຳມ່ວນ, ສາລະວັນ, ຜົ້ງສາລີ, ອຸດົມໄຊ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງນ້ຳທາ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


