ສຕລ ຍົກລະດັບຄວາມສາມາດໃຫ້ວິຊາການບໍລິຫານບານເຕະຍິງ ຄັ້ງທຳອິດ
23/12/2025

ວັນທີ 20 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດຝຶກອົບຮົມການຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ ຫຼື “FIFA Capacity Building for Administrator” ໃຫ້ກຽດເຂົ້າຮ່ວມເປີດງານໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າອະນຸກຳມະການບານເຕະຍິງ, ພ້ອມດ້ວຍຊ່ຽວຊານຈາກສະຫະພັນບານເຕະນານາຊາດ (FIFA), ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ນະຄອນຫຼວງ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1, ສະໂມສອນກິລາບານເຕະ ລາວລີກຍິິງ, ບັນດາສື່ມວນຊົນ ພ້ອມດ້ວຍອ້າຍນ້ອງວິຊາການ ສຕລ.
ໂອກາດນີ້, ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ກ່າວເປີດພິທີວ່າ: “ການຈັດຝຶກອົບຮົມການຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ ແມ່ນເປັນຄັ້ງທຳອິດທີ່ໄດ້ຈັດຝຶກອົບຮົມຢູ່ໃນ ສປປ ລາວ ເນື່ອງຈາກພວກເຮົາ ກໍຄື ຄະນະບໍລິຫານງານ ສຕລ ເລັງເຫັນຄວາມສຳຄັນວ່າ ໜຶ່ງໃນໝາກຫົວໃຈຂອງການພັດທະນາກິລາບານເຕະຍິງ ບໍ່ວ່າຈະເປັນລະດັບທ້ອງຖິ່ນ, ລະດັບຊາດ ຕະຫຼອດຮອດລະດັບນານາຊາດ, ບັນດາວິຊາການບໍລິຫານ ແມ່ນມີພາລະບົດບາດສຳຄັນວ່າຈະເຮັດໜ້າທີ່ພົວພັນປະສານງານ, ວາງແຜນການບໍລິຫານ, ຕິດຕາມການຈັດຕັ້ງປະຕິບັດແຜນຍຸດທະສາດຕ່າງໆທີ່ປິ່ນອ້ອມ ເປັນທັງຂົວຕໍ່ການພົວພັນລະຫວ່າງຄະນະບໍລິຫານງານ, ໄປຈົນເຖິງວິຊາການເຕັກນິກພາກສະໜາມ, ຕະຫຼອດຮອດບັນດານັກກິລາ. ດັ່ງນັ້ນ, ຖ້າຕ້ອງການໃນໂຄງສ້າງຂອງອົງກອນ ຫຼື ສະຫະພັນບານເຕະມີຄວາມເຂັ້ມແຂງ ພວກເຮົາຕ້ອງໄດ້ສ້າງລະບົບການບໍລິຫານພາຍໃນໃຫ້ມີຄວາມເຂັ້ມແຂງ ຊຶ່ງກໍໝາຍເຖິງທຸກໆທ່ານທີ່ເຂົ້າຮ່ວມໃນການຝຶກອົມຮົມໃນຄັ້ງນີ້ ທີ່ເປັນອົງປະກອບທີ່ສຳຄັນທີ່ຈະນຳພາໃຫ້ອົງກອນ ຫຼື ສະຫະພັນກິລາຂອງພວກທ່ານ ໃຫ້ມີພື້ນຖານການພັດທະນາແບບຍືນຍົງ”.
ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-22 ທັນວາ 2025, ໃນໄລຍະເວລາ 3 ວັນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ໂຄງຮ່າງການຈັດຕັ້ງຂອງສະຫະພັນບານເຕະນານາຊາດ (FIFA), ສະຫະພັນບານເຕະອາຊີ (AFC) ແລະ ສະຫະພັນບານເຕະແຫ່ງຊາດລາວ (ສຕລ), ໂຄງການພັດທະນາບານເຕະບານເຕະຍິງຂອງ FIFA, ແຜນຍຸດທະສາດພັດທະນາບານເຕະຍິງ ສຕລ ສົກປີ 2023-2027, ວຽກງານການຕະຫຼາດ, ການລະດົມທຶນ ແລະ ກິດຈະກຳທີ່ຊ່ວຍດຶງດູດມວນຊົນ ແລະ ການມີສ່ວນຮ່ວມກັບແຟນບານ, ການບໍລິຫານວຽກງານການເງິນ, ການບໍລິຫານສະໂມສອນບານເຕະໃນລາວ, ການເປັນຜູ້ນໍາ, ການສື່ສານ, ການປ້ອງກັນ ແລະ ປົກປ້ອງນັກກິລາ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ການອອກໃບອະນຸຍາດສະໂມສອນ “Club Licensing”. ນອກຈາກນັ້ນແລ້ວຜູ້ເຂົ້າຮ່ວມຍັງໄດ້ຮ່ວມສົນທະນາ ເພື່ອແລກປ່ຽນຄວາມຄິດເຫັນ, ບົດຮຽນ ແລະ ປະສົບການຕົວຈີງ ເພື່ອຈະໄດ້ນຳໄປດັດປັບໃຫ້ເຂົ້າກັບໜ້າວຽກທີ່ຕົນເອງຮັບຜິດຊອບ ແລະ ຍົກລະດັບຄວາມສາມາດໄປພ້ອມໆກັນ.
ພາບ-ຂ່າວ: ສຕລ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026


