Skip to main content

ຢ່າລືມເດີ້! ແລ້ວພົບກັນ ປີ 2028 “ຈຳປາສັກ ພາຣາເກມ”

23/12/2025

ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ກ່າວຕໍ່ພິທີປິດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນວັນທີ 19 ທັນວາ 2025 ນີ້ວ່າ: ກ່ອນອື່ນໝົດ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າພາບທີ່ດີຂອງຊາວນະຄອນຫຼວງວຽຈັນ. ພ້ອມກັນນີ້ ກໍຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ມອບໝາຍໃຫ້ ແຂວງຈໍາປາສັກ ເປັນເຈົ້າພາບໃນການຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ V ທີ່ຈະໄດ້ຈັດຂຶ້ນໃນປີ 2028 ພິເສດການຮັບທຸງເປັນເຈົ້າພາບໃນຄັ້ງນີ້ ເປັນການຂ່ຳນັບຊົມເຊີຍຕ້ອນຮັບກອງປະຊຸມໃຫຍ່ ສະໄໝທີ XII ຂອງສູນກາງພັກ ພ້ອມທັງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ປີ 2026.

 

ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ, ຄະນະນໍາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີຄວາມເປັນນໍ້າໜຶ່ງໃຈດຽວ ພ້ອມກັນຫ້າງຫາກະກຽມຄວາມພ້ອມໃນທຸກດ້ານ ສໍາຄັນແມ່ນບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ຈະໄດ້ນໍາໄປເປັນທິດທາງແຜນການ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການໂຄສະນາ, ສຶກສາອົບຮົມໃຫ້ທົ່ວສັງຄົມ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍ ຄວາມສໍາຄັນ ແລະ ການເປັນເຈົ້າພາບທີ່ດີ ທັງຮັບປະກັນຜົນສໍາເລັດຕາມແຜນການທີ່ໄດ້ກຳນົດໄວ້.

ໃນນາມຕາງໜ້າໃຫ້ແຂວງຈໍາປາສັກ ຂໍຮັບເອົາທຸງກິລາຄົນພິການແຫ່ງຊາດ ຊຶ່ງແມ່ນສັນຍາລັກຂອງການເປັນເຈົ້າພາບ ຄັ້ງທີ V ແລະ ຂໍເຊີນຊວນບັນດາທ່ານການນໍາຂັ້ນສູນກາງ ນວ ແລະ ບັນດາແຂວງ ໄດ້ກະກຽມນັກກິລາ ເພື່ອເຂົ້າຮ່ວມງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ V ທີ່ແຂວງຈຳປາສັກ ຈະເປັນເຈົ້າພາບດ້ວຍ.

ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ ທີ່ຈະມາເຖິງນີ້ ອວຍພອນແດ່ບັນດາທ່ານການນໍາຂັ້ນສູນກາງ, ນະຄອນຫຼວງ, ບັນດາແຂວງ, ບັນດາທ່ານແຂກ ທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດບັນດາທ່ານຄະນະກຳມະການ, ນັກກິລາ ຈົ່ງມີສຸຂະພາບແຂງແຮງ ມີຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າທຸກປະການ ພົບກັນໃໝ່ ປີ 2028 ທີ່ແຂວງຈໍາປາສັກ.

ສຳລັບງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 14-19 ທັນວາ 2025 ໂດຍມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມຊີງໄຊ ຊຶ່ງຜົນການແຂ່ງຂັນຜົນປະກົດວ່າ ອັນດັບທີ 1 ໄດ້ແກ່ທັບນັກກິລານະຄອນຫຼວງວຽງຈັນ ເຈົ້າພາບ ຍາດໄດ້ 28 ຫຼຽນຄຳ, 34 ຫຼຽນເງິນ ແລະ 22 ຫຼຽນທອງ ລວມ 84 ຫຼຽນ; ອັນດັບທີ 2 ແຂວງເຊກອງ ຍາດໄດ້ 19 ຫຼຽນຄຳ, 10 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 35 ຫຼຽນ; ອັນດັບທີ 3 ແຂວງສະຫວັນນະເຂດ ຍາດໄດ້ 19 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 32 ຫຼຽນ. ຂະນະທີ່ທັບນັກກິລາແຂວງຈຳປາສັກ ວ່າທີ່ເຈົ້າພາບ ປີ 2028 ຍາດໄດ້ພຽງ 3 ຫຼຽນຄຳ, 6 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 22 ຫຼຽນ ຈົບອັນດັບທີ 11 ຂອງຕາຕະລາງ.

 

ໂດຍ: ລູກນ້ຳເຊ ອິນທະດາລິນ