ສະຫະພັນກິລາຟັນດາບແຫ່ງຊາດລາວ ເຂົ້າລາຍງານຜົນສຳເລັດການເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 33 ຕໍ່ລັດຖະມົນຕີ ສສກ

ຄະນະບໍລິຫານງານສະຫະພັນກິລາຟັນດາບແຫ່ງຊາດລາວ ນຳໂດຍທ່ານ ສີທອງ ສີຂາວ ປະທານສະຫະພັນ ພ້ອມດ້ວຍຄະນະ ເຂົ້າພົບ ແລະ ລາຍງານຜົນສຳເລັດໃນການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 33 ແລະ ແຜນການເຄື່ອນໄຫວ ໃນລະຫວ່າງປີ 2026-2028 ຕໍ່ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ໃນຕອນເຊົ້າວັນທີ 24 ທັນວາ 2025 ທີ່ສຳນັກງານກະຊວງ ສສກ.
ໃນພິທີ, ທ່ານ ລິຄິດ ອິນທະວົງ ຮອງປະທານ-ເລຂາທິການສະຫະພັນກິລາຟັນດາບແຫ່ງຊາດລາວ ລາຍງານໃຫ້ຊາບວ່າ: ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ, ສະຫະພັນກິລາຟັນດາບແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໜຶ່ງຄົນ ກໍຄື ທ້າວ ໄຊຊະນະ ຈ໊ອບຟອຍ ຊຶ່ງເປັນຄົນເຊື້ອຊາດລາວສັນຊາດຝຣັ່ງ ໂດຍນຳໃຊ້ງົບປະມານຂອງຕົນເອງຮ້ອຍເປີເຊັນ ສຳລັບຜົນງານສາມາດຜ່ານຮອບຄັດເລືອກ ແລະ ຕົກຮອບ 8 ຄົນສຸດທ້າຍ. ແນວໃດກໍດີ, ປັດຈຸບັນ, ສະຫະພັນພວກເຮົາໄດ້ມີການສືບຕໍ່ພັດທະນາແຜນຍຸດທະສາດຕ່າງໆ ທີ່ໄດ້ວາງແຜນໄວ້ ໂດຍສະເພາະແມ່ນການກໍ່ສ້າງບຸກຄະລາກອນ ແລະ ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນງານກິລາເອຊຽນ ເກມ 2026 ຈະຈັດຂຶ້ນໃນເດືອນສິງຫາ 2026 ທີ່ປະເທດຍີ່ປຸ່ນ ເປັນເຈົ້າພາບ ແລະ ພິເສດທີ່ສຸດ ທ້າວ ໄຊຊະນະ ຈ໊ອບຟອຍ ນັກກິລາຟັນດາບລາວ ກໍໄດ້ໂຄຕ້າພິເສດ ຕາງໜ້າສປປ ລາວ ເຂົ້າຮ່ວມງານມະຫະກຳກິລາໂອແລມປິກສາກົນ 2028 ທີ່ສະຫະລັດອາເມຣິກາ ເປັນເຈົ້າພາບອີກດ້ວຍ.
ຫຼັງຈາກນັ້ນ, ທ່ານ ລິຄິດ ອິນທະວົງ ກໍຍັງໄດ້ລາຍງານວຽກງານການນຳພາທັບນັກກິລາສະນຸກເກີທີມຊາດລາວ ໃນນາມເປັນຜູ້ຮັກສາການປະທານສະຫະພັນກິລາບິນລຽດ-ສະນຸກເກີແຫ່ງຊາດລາວ ໃຫ້ທ່ານລັດຖະມົນຕີ ສສກ, ປະທານ ຄອລ ຊາບຕື່ມອີກວ່າ: ປີນີ້ ເປັນປີທີ່ພິເສດ ທີ່ສະຫະພັນໄດ້ສົ່ງນັກກິລາສະນຸກເກີຍິງລາວ ເຂົ້າຮ່ວມແຂ່ງຂັນ ແລະ ຜົນງານກໍອອກມາດີ ສາມາດຍາດໄດ້ ຫຼຽນທອງ ປະເພດສະນຸກເກີ 15 ແດງທີມຍິງ ຊຶ່ງເປັນຫຼຽນທຳອິດໃນງານກິລາຊີເກມ ສ່ວນນັກກິລາຊາຍ ກໍສາມາດຍາດໄດ້ 1 ຫຼຽນເງິນ ປະເພດ 15 ແດງດ່ຽວຊາຍ ຈາກທ້າວ ສິດທິເດດ ສັກບ່ຽງ ແລະ 1 ຫຼຽນທອງ ປະເພດ 15 ແດງທີມຊາຍ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງທັງສອງປະເພດກິລາດັ່ງກ່າວ ແລະ ຂໍໃຫ້ສືບຕໍ່ສຸມໃສ່ການພັດທະນາແຜນຍຸທະະສາດຕ່າງໆ ໂດຍສະເພາະແມ່ນການສ້າງບຸກຄະລາກອນ ກໍຄື ນັກກິລາ ຢ່າງຕໍ່ເນື່ອງ ແລະ ຕ້ອງມີການປະສານງານສົມທົບການຮ່ວມມືກັບສາກົນໃຫ້ຫຼາຍຂຶ້ນ ຊຶ່ງທາງກະຊວງສຶກສາທິການ ແລະ ກິລາ ແມ່ນພ້ອມທີ່ຈະສະໜັບສະໜູນຢ່າງເຕັມທີ່ ເພື່ອກຽມຄວາມພ້ອມຮອບດ້ານ ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 34 ປີ 2027 ທີ່ປະເທດມາເລເຊຍ ແລະ ສືບຕໍ່ຈົນໄປເຖິງຄິວຂອງສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ໃນປີ 2031 ຢ່າງມີໝາກຜົນສຳເລັດຕາມແຜນການເປົ້າໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ



