ສະມາຄົມ ແຊຣິງ ສ.ເກົາຫຼີ ມອບບານເຕະ 150 ໜ່ວຍ ໃຫ້ກະຊວງ ສສກ ເພື່ອນຳໄປມອບຕໍ່ໃຫ້ບັນດາໂຮງຮຽນເຂດຫ່າງໄກສອກຫຼີກ

ໃນຕອນແລງວັນທີ 20 ທັນວາ 2025 ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ນາງ ຢູ ຮ່ອນສຸກ (Dr. Yoo Hyunsook) ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນຳ ແຊຣິງ ຈາກ ສ.ເກົາຫຼີ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງ ສສກ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ດຣ ນາງ ຢູ ຮ່ອນສຸກ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ກະຊວງ ສສກ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຊຶ່ງການມາເທື່ອນີ້ ຖືເປັນເທື່ອທີສອງແລ້ວ ທັງນີ້ກໍເພື່ອເປັນການປະຕິບັດຕາມຄຳໝັ້ນສັນຍາໃນເບື້ອງຕົ້ນທາງລັດຖະບານ ສ.ເກົາຫຼີ ຈະສືບຕໍ່ສົ່ງເສີມພັດທະນາວຽກງານການສຶກສາ ແລະ ກິລາ ຂອງ ສປປ ລາວ. ສຳລັບບານເຕະ ຈຳນວນ 150 ໜ່ວຍທີ່ນຳມາມອບໃຫ້ຄັ້ງນີ້ ແມ່ນໄດ້ຈາກສະຫະພັນກິລາບານເຕະແຂວງຊຸງຊ່ອງນຳໂດ, ສະພາການຄ້າຊາວໜຸ່ມສາກົນເກົາຫຼີ ແລະ ສະພາກິລາແຂວງຊຸງຊ່ອງນຳໂດ ປະເທດ ສ.ເກົາຫຼີ ຊຶ່ງໃນຈຳນວນນີ້ 50 ໜ່ວຍ ແມ່ນຈະນຳໄປມອບຕໍ່ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອີກ 100 ໜ່ວຍ ແມ່ນໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປມອບໃຫ້ກັບບັນດາໂຮງຮຽນທຸກຍາກເຂດຫ່າງໄກສອນຫຼີກ ແລະ ໂຮງຮຽນເດັກກຳພ້າ ທີ່ຂາດເຂີນອຸປະກອນກິລາ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດການຮຽນການສອນໃຫ້ຄົບຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາ ທິການ ແລະ ກິລາ ວາງອອກ. ເຖິງຢ່າງໃດກໍດີ, ໃນປີ 2026 ທາງລັດຖະບານ ສ.ເກົາຫຼີ ຈະສືບຕໍ່ນຳເອົາຄອມພິວເຕີ ຈຳນວນ 500 ໜ່ວຍ ມາມອບໃຫ້ຕື່ມອີກ. ພ້ອມນັ້ນ, ທ່ານ ດຣ ນາງ ຢູ ຮ່ອນສຸກ ຍັງໄດ້ສະເໜີທ່ານລັດຖະມົນຕີ ສສກ ໃຫ້ການສະໜັບສະໜູນໃນການສ້າງຕັ້ງສູນເຊຈູງ ຊຶ່ງຈະເປັນສູນທີ່ຂຶ້ນກັບປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນຳ ແຊຣິງ ຈາກ ສ.ເກົາຫຼີ.
ໂອກາດດຽວກັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນຳ ແຊຣິງ ຈາກ ສ.ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນອຸປະກອນກິລາໃນຄັ້ງນີ້ ພ້ອມທັງໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາທາງຄະນະນຳກະຊວງ ສສກ ໄດ້ລົງປະຕິບັດໜ້າທີ່ທີ່ຕ່າງແຂວງ ກໍໄດ້ນຳເອົາອຸປະກອນບານເຕະ ໄປມອບໃຫ້ແຂວງເຊກອງ ແລະ ແຂວງຊຽງຂວາງ ແລະ ພ້ອມຈະສືບຕໍ່ນຳໄປມອບໃຫ້ແຂວງອື່ນໆໃນຂອບເຂດທົ່ວປະເທດຕື່ມອີກ. ເຖິງຢ່າງໃດກໍດີ, ທາງກະຊວງສຶກສາທິການ ແລະ ກິລາ ກໍມີຄວາມເຫັນດີເປັນເອກະພາບຕາມການສະເໜີຂອງທ່ານ ແລະ ພ້ອມທີ່ຈະສະໜັບສະໜູນການສ້າງຕັ້ງສູນເຊຈູງ ໃນການເສີມຂະຫຍາຍພາສາເກົາຫຼີ ໃນ ສປປ ລາວ ເພື່ອເປັນຂົວຕໍ່ສາຍພົວພັນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ



