ສະຫວັນນະເຂດ ມອບເງິນບຳເນັດຜົນງານໃຫ້ຄູຝຶກ ແລະ ນັກກິລາ ຊຸດງານກິລາແຫ່ງຊາດຄົນປົກກະຕິ ແລະ ກິລາຄົນພິການແຫ່ງຊາດ ລວມມູນຄ່າ 3.45 ຕື້ກວ່າກີບ

ແຂວງສະຫວັນນະເຂດ ຈັດພິທີມອບໃບຍ້ອງຍໍ ແລະ ເງິນບຳເນັດຜົນງານໃຫ້ແກ່ຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ດ້ວຍບັນຍາກາດຟົດຟື້ນ ແລະ ສົມກຽດ ໃນວັນທີ 23 ທັນວາ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ພາຍຫຼັງທີ່ທັບນັກກິລາຂອງແຂວງສະຫວັນນະເຂດ ຍາດຫຼຽນລາງວັນໄດ້ຢ່າງໜ້າເພິ່ງພໍໃຈ ແລະ ບັນລຸເກີນຄາດໝາຍທີ່ວາງໄວ້, ໃຫ້ກຽດເຂົ້າຮ່ວມ ແລະມອບໃບຍ້ອງຍໍຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ມີຄະນະການນຳຂອງແຂວງ, ນະຄອນໄກສອນພົມວິຫານ, ພະແນກການ, ກົມກອງອ້ອມຂ້າງແຂວງ, ແຂກຖືກເຊີນ ຕະຫຼອດເຖິງຄະນະສະຫະພັນກິລາປະເພດຕ່າງໆ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານຜົນສຳເລັດໃນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ, ໃນນີ້ ສຳລັບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແຂວງພວກເຮົາ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 26 ປະເພດກິລາ, ມີຄະນະນຳ 20 ທ່ານ, ກອງເລຂາ 25 ທ່ານ, ປະທານສະຫະພັນກິລາ 26 ທ່ານ, ຄູຝຶກ 65 ທ່ານ, ຍິງ 6 ທ່ານ ແລະ ນັກກິລາ 294 ຄົນ, ຍິງ 94 ຄົນ ລວມທັງໝົດ 410 ຄົນ, ຍິງ 102 ຄົນ. ຜ່ານການແຂ່ງຂັນຕົວຈິງ ລະຫວ່າງວັນທີ 6-25 ພະຈິກ 2025 ແຂວງພວກເຮົາສາມາດຍາດໄດ້ 41 ຫຼຽນຄຳ, 55 ຫຼຽນເງິນ ແລະ 55 ຫຼຽນທອງ ລວມຫຼຽນທັງໝົດ 151 ຫຼຽນ ຢູ່ໃນອັນດັບທີ 4 ຂອງຕາຕະລາງສະຫຼຸບຫຼຽນໃນທົ່ວປະເທດ ແລະສາມາດເຮັດໄດ້ເກີນຄາດໝາຍທີ່ວາງໄວ້ທີ່ 36 ຫຼຽນຄໍາ. ສ່ວນງານມະຫະກຳກິລາຄົນພິການແຫ່ງຊາດ ແຂວງສະຫວັນນະເຂດ ໄດ້ສົ່ງ 5 ປະເພດເຂົ້າຮ່ວມແຂ່ງຂັນ, ມີຄະນະນຳ 4 ທ່ານ, ກອງເລຂາ 10 ທ່ານ, ຄູຝຶກ 13 ທ່ານ ແລະ ນັກກິລາ 22 ຄົນ, ຍິງ 10 ຄົນ ລວມທັງໝົດ 49 ຄົນ, ຍິງ 19 ຄົນ. ຜ່ານການແຂ່ງຂັນຕົວຈິງ ລະຫວ່າງວັນທີ 8-19 ທັນວາ 2025 ສາມາດຍາດໄດ້ 19 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມຫຼຽນທັງໝົດ 32 ຫຼຽນ ຢູ່ໃນອັນດັບທີ 3 ຂອງຕາຕະລາງສະຫຼຸບຫຼຽນໃນທົ່ວປະເທດ ແລະ ສາມາດເຮັດໄດ້ເກີນຄາດໝາຍທີ່ວາງໄວ້ທີ່ 10 ຫຼຽນຄໍາ.
ຕໍ່ຜົນສຳເລັດດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ອອກຂໍ້້ຕົກລົງ ວ່າດ້ວຍການຍ້ອງຍໍບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XII, ຊຶ່ງເຈົ້າແຂວງໄດ້ມອບໃບຍ້ອງຍໍໃຫ້ນັກກິລາດີເດັ່ນ ຈຳນວນ 193 ຄົນ, ຍິງ 95 ຄົນ, ມອບໃບຍ້ອງຍໍໃຫ້ຄະນະຊີ້ນຳ ແລະ ກອງເລຂາ 64 ທ່ານ, ຍິງ 14 ທ່ານ, ບັນດາຜູ້ອຸປະຖຳດ້ານວັດຖຸ ແລະ ທຶນຮອນ 30 ກົມກອງ, ບຸກຄົນ 34 ທ່ານ, ຍິງ 7 ທ່ານ, ບັນດາຄະນະສະຫະພັນກິລາ ແລະ ຄູຝຶກ 136 ທ່ານ, ຍິງ 19 ທ່ານ ແລະຍັງໄດ້ມອບໃບຊົມເຊີຍໃຫ້ກົມກອງ ແລະ ບຸກຄົນດີເດັ່ນທີ່ປະກອບສ່ວນທຶນຮອນໃຫ້ແກ່ນັກກິລາຂອງແຂວງນຳອີກ.
ຈາກນັ້ນ, ໃນພິທີກໍຍັງໄດ້ມີການມອບເງິນສະໜັບສະໜູນນັກກິລາຫຼຽນຄຳຂອງທ່ານເຈົ້າແຂວງສະຫວັນນະເຂດໃຫ້ນັກກິລາແຕ່ລະປະເພດມີຈຳນວນທັງໝົດ 41 ຫຼຽນ ລວມມູນຄ່າ 410 ລ້ານກີບ (ຫຼຽນລະ 10 ລ້ານກີບ) ຊຶ່ງໃຫ້ກຽດມອບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ, ຕໍ່ດ້ວຍການມອບໃບຍ້ອງຍໍ ພ້ອມເງິນສະໜັບສະໜູນຂອງແຂວງ ໃຫ້ປະເພດກິລາຕ່າງໆ ລວມມູນຄ່າທັງໝົດ 3 ຕື້ກວ່າກີບ ໂດຍໃຫ້ກຽດມອບຂອງທ່ານເຈົ້າແຂວງ ພ້ອມດ້ວຍບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ ແລະຫົວໜ້າກອງບັນຊາການ ປກສ ແຂວງ, ເລຂາພັກນະຄອນໄກສອນພົມວິຫານ ແລະຍັງໄດ້ມີການມອບນະໂຍບາຍຈຳນວນ 10 ລ້ານກີບ ໃຫ້ ທ້າວ ວົງສະກອນ ສະຫວັນ ທີ່ສາມາດຍາດອັນດັບທີ 3 ໃນງານແຂ່ງຂັນເຈັດສະກີຊີງແຊ໋ມໂລກ ທີ່ຈັດຂຶ້ນຢູ່ປະເທດໄທ. ພ້ອມນີ້ທ່ານເຈົ້າແຂວງສະຫວັນນະເຂດ ຍັງໄດ້ມອບລໍ້ຍູ້ (ວິວແຊ) ໃຫ້ນັກກິລາຄົນພິການຂອງແຂວງ ຈຳນວນ 5 ຄັນ (ມອບກ່ອນ 3 ຄັນ).
ໃນຕອນທ້າຍ, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດກ່າວໂອ້ລົມ ໂດຍຕາງໜ້າຄະນະພັກ-ຄະນະນຳຂອງແຂວງ ສະແດງຄວາມຊົມເຊີຍຕໍ່ຄະນະຄູຝຶກ ແລະ ທັບນັກກິລາຂອງແຂວງ ທີ່ສາມາດຍາດໄດ້ຜົນງານທີ່ຍິ່ງໃຫຍ່ ແລະໜ້າຊົມເຊີຍທີ່ສຸດໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະງານມະຫະກຳກິລາຄົນພິການ ຄັ້ງທີ IV ອັນເປັນການສ້າງຊື່ສຽງແກ່ຊາວແຂວງສະຫວັນນະເຂດພວກເຮົາຢ່າງໜ້າພາກພູມໃຈໃນຄັ້ງນີ້ ແລະ ຫວັງວ່າລູກຫຼານນັກກິລາ ຈະສືບຕໍ່ພັດທະນາໂຕເອງ ແລະຍາດໄດ້ຫຼຽນລາງວັນໃຫ້ຫຼາຍກວ່າເກົ່າໃນງານມະຫະກຳມະກິລາຄັ້ງຕໍ່ໆໄປ.
ຂ່າວຫຼ້າສຸດ
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026









