ສສກ-ຍີ່ປຸ່ນ ຫາລືວຽກງານກະກຽມບຸຄະລາກອນ ປະກອບເຂົ້າໃນກົງຈັກການບໍລິຫານຄຸ້ມຄອງ ສະໜາມກິລາເຈົ້າອານຸວົງ

ພິທີພົບປະປຶກສາຫາລືວຽກງານກະກຽມບຸຄະລາກອນ ປະກອບເຂົ້າໃນກົງຈັກການບໍລິຫານຄຸ້ມຄອງ ສະໜາມກິລາເຈົ້າອານຸວົງ ຄັ້ງນີ້ ຈັດຂຶ້ນ ໃນຕອນເຊົ້າວັນທີ 24 ທັນວາ 2025 ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ທາເກຊິ ໂອກາດະ ປະທານສະໂມສອນບານເຕະ ອີມາບະລິ, ອະດີດຄູຝຶກບານເຕະທີມຊາດຍີ່ປຸ່ນ ພ້ອມດ້ວຍຄະນະ, ມີຫົວໜ້າກົມຮ່ວມມືກັບຕ່າງປະເທດ, ຮອງຫົວໜ້າກົມ, ຕາງໜ້າອົງການໄຈກ້າ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ການພົບປະໃນຄັ້ງນີ້ ແມ່ນເພື່ອຕິດຕາມການກໍ່ສ້າງສະໜາມກິລາເຈົ້າອະນຸວົງ ໂດຍອີງໃສ່ແຜນການຈັດຕັ້ງປະຕິບັດພັດທະນາສະໜາມກິລາດັ່ງກ່າວ ແມ່ນຈະໃຫ້ສໍາເລັດໃນເດືອນຕຸລາ ປີ 2026, ສິ່ງສໍາຄັນ ສສກ ຕ້ອງໄດ້ກະກຽມບູກຄະລາກອນ ເພື່ອປະກອບເຂົ້າໃນກົງຈັກການບໍລິຫານຄຸ້ມຄອງສະໜາມກິລາເຈົ້າອະນຸວົງ, ຊຶ່ງຢູ່ໃນແຜນແມ່ນຕ້ອງມີໜ່ວຍງານສະເພາະໃນການຄຸ້ມຄອງບໍລິຫານ ເປັນຕົ້ນແມ່ນໜ່ວຍງານການບໍລິຫານຄຸ້ມຄອງສະໜາມ, ການຕະຫຼາດ ແລະ ແຜນການ-ການເງິນ ທີ່ມີປະສິດທິພາບ.
ປັດຈຸບັນແຜນການກໍ່ສ້າງສະໜາມກີລາເຈົ້າອານຸວົງ ແມ່ນມີຄວາມຄຶືບໜ້າແລ້ວຫຼາຍກວ່າ 50 ເປີເຊັນ ໂດຍສະເພາະການປັບປຸງພື້ນຖານໂຄງລ່າງພື້ນຖານແມ່ນເກຶືອບສໍາເລັດແລ້ວຮ້ອຍສ່ວນຮ້ອຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ



