ສຕລ ສໍາເລັດການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ວິຊາການບໍລິຫານບານເຕະຍິງລາວ

ກອງປະຊຸມການຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງລາວ (FIFA Capacity-Building for Administrators) ໄດ້ສຳເລັດລົງ ເມື່ອວັນທີ 22 ທັນວາ 2025 ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນເຕັມ (ລະຫວ່າງ 20-22 ທັນວາ 2025), ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ), ມີວິທະຍາກອນຮັບເຊີນຈາກສະຫະພັນບານເຕະນານາຊາດ (FIFA), ຜູ້ຕາງໜ້າຈາກສະຫະພັນບານເຕະທັງ 18 ແຂວງ, ລວມນະຄອນຫຼວງວຽງຈັນ, ສະໂມສອນກິລາບານເຕະລາວລີກ 1, ລາວລີກຍິງ, ຕົວແທນຈາກພາກລັດ ອ້ອມຂ້າງ ສສກ, ສະຫະພັນແມ່ຍິງສູນກາງ, ສື່ມ່ວນຊົນ-ໜັງສືພິມ, ພ້ອມດ້ວຍພະນັກງານວິຊາການຂອງ ສຕລ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ເຖິງຈະມີໄລຍະເວລາສັ້ນພຽງແຕ່ 3 ວັນ, ແຕ່ຜູ້ເຂົ້າຮ່ວມກໍໄດ້ຮຽນຮູ້ຫຼາຍຫົວຂໍ້ສຳຄັນທີ່ປິ່ນອ້ອມກ່ຽວກັບການບໍລິຫານຈັດການກິລາບານເຕະ ເຊັ່ນ: ໂຄງຮ່າງການຈັດຕັ້ງຂອງ FIFA, AFC ແລະ ສຕລ; ໂຄງການພັດທະນາບານເຕະຍິງຂອງ FIFA, ແຜນຍຸດທະສາດພັດທະນາບານເຕະຍິງຂອງ ສຕລ, ວຽກງານການຕະຫຼາດ, ການລະດົມທຶນ ແລະ ກິດຈະກໍາທີ່ຊ່ວຍດຶງດູດ ແລະ ການມີສ່ວນຮ່ວມກັບແຟນບານ, ການບໍລິຫານການເງິນ, ບໍລິຫານສະໂມສອນ, ການເປັນຜູ້ນໍາ ແລະ ການສື່ສານ, ການປ້ອງກັນ-ປົກປ້ອງນັກກີລາ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ບົດບາດເພດຍິງໃນວົງການກິລາລາວ ແລະ ອື່ນໆ.
ຫວັງວ່າບັນດາທ່ານທີ່ເຂົ້າຮ່ວມງານຝຶກອົບຮົມຄັ້ງນີ້ ຈະໄດ້ຮັບແຮງບັນດານໃຈ ແລະ ນໍາເອົາຄວາມຮູ້ທີ່ໄດ້ຮຽນໄປໝູນໃຊ້ໃຫ້ເກີດໝາກຜົນຕົວຈິງໃນຂົງເຂດໜ້າທີ່ຮັບຜິດຊອບ ພ້ອມທັງໄປພັດທະນາອົງກອນທີ່ຕົນເອງສັງກັດ. ເພາະການພັດທະນາບານເຕະຍິງ-ຊາຍ ບໍ່ແມ່ນໜ້າທີ່ ສຕລ ຝ່າຍດຽວ ແຕ່ເປັນຂອງມວນຊົນທຸກຄົນ ທີ່ຕ້ອງໄດ້ມີສ່ວນຮ່ວມຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ເກີດໝາກຜົນເປັນຮູບປະທຳ, ສຕລ ຈະບໍ່ເຄື່ອນໄຫວໄດ້ເຕັມກຳລັງ ຖ້າບໍ່ມີ ສຕຂ ແລະ ບັນດາສະໂມສອນບານເຕະ ທີ່ຊ່ວຍກັນພັດທະນາບານເຕະໃນຂັ້ນທ້ອງຖິ່ນ.”
ຕະຫຼອດໄລຍະ 3 ວັນດັ່ງກ່າວ, ສຳມະນາກອນຍັງໄດ້ຮ່ວມຮັບຟັງການສົນທະນາແລກປ່ຽນຄວາມຄິດເຫັນ, ບົດຮຽນ ແລະ ປະສົບການຕົວຈີງຈາກແຂກຮັບເຊີນຈາກຫຼາຍພາກສ່ວນ ເຊັ່ນ: ອະດີດນັກກິລາທີມຊາດທີີ່ປັດຈຸບັນເປັນອາຈານສອນຢູ່ມະຫາວິທະຍາໄຊແຫ່ງຊາດ, ນັກກິລາທີມຊາດ, ຄູຝຶກບານເຕະ, ຜູ້ໃຫ້ການສະໜັບສະໜູນ ແລະ ສະຫະພັນແມ່ຍິງສູນກາງ ເພື່ອເປັນຂໍ້ຄິດ, ແຮງບັນດານໃຈ ແລະ ນຳໄປດັດປັບໃຫ້ເຂົ້າກັບໜ້າວຽກທີ່ຕົນເອງຮັບຜິດຊອບ ພ້ອມຍົກລະດັບຄວາມສາມາດໄປພ້ອມໆກັນ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ








