Skip to main content

ສກລ ສະຫຼຸບຜົນງານປີ 2024-2025, ຜົນສຳເລັດການເຂົ້າຮ່ວມຊີເກມ ແລະ ວາງແຜນວຽກຈຸດສຸມປີ 2026

25/12/2025
ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ (ສກລ) ຈັດພິທີສະຫຼອງການເຄື່ອນໄຫວວຽກງານຂອງສະຫະພັນ ປະຈຳປີ 2024-2025, ຜົນສຳເລັດການເຂົ້າງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ແລະ ແຜນວຽກຈຸດສຸມປີ 2026 ຂຶ້ນໃນຕອນແລງວັນທີ 24 ທັນວາ 2025 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນ, ຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນຢ່າງພ້ອມພຽງ.
ໃນພິທີ, ທ່ານ ສູນທອນ ຄຳສານ ຄະນະບໍລິຫານງານສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບຜົນສຳເລັດການເຄື່ອນໄຫວວຽກງານໃນປີ 2024 ໄດ້ປະກາດກົງຈັກການຈັດຕັ້ງຂອງສະຫະພັນຊຸດໃໝ່, ອົບຮົມກໍາມະການຕັດສິນ 2 ຄັ້ງ ມີຈໍານວນ 59 ຄົນ, ຈັດການແຂ່ງຂັນພາຍໃນປະເທດ 2 ຄັ້ງ ແລະ ເຂົ້າຮ່ວມການແຂ່ງຂັນຢູ່ຕ່າງປະເທດ 4 ຄັ້ງ. ໃນນີ້ເຂົ້າຮ່ວມແຂ່ງຂັນລາຍການຊີງແຊ໋ມໂລກ 1 ຄັ້ງ ສາມາດຍາດໄດ້ 2 ຫຼຽນເງິນ ແລະ 1 ຫຼຽນທອງ; ເຂົ້າຮ່ວມການແຂ່ງຂັນ ລາຍການ ໄຊນາ-ອາຊຽນ 2 ຄັ້ງ ຍາດໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ.
ສ່ວນປີ 2025 ແມ່ນໄດ້ຈັດການແຂ່ງຂັນພາຍໃນປະເທດ 1 ຄັ້ງ ແລະ  ເຂົ້າຮ່ວມການແຂ່ງຂັນຢູ່ຕ່າງປະເທດ 4 ຄັ້ງ ສາມາດຍາດໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 8 ຫຼຽນທອງ. ໃນນີ້ໄດ້ມາຈາກເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ ຈີນ-ອາຊຽນ ແລະ ປະເທດລຸ່ມແມ່ນ້ຳຂອງ 2 ຄັ້ງ ຈຳນວນ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 5 ຫຼຽນທອງ; ໄດ້ຈາກການເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ຊີງແຊ໋ມໂລກ ທີ່ປະເທດໄທ 2 ຫຼຽນທອງ ແລະ ໄດ້ຈາກການເຂົ້າຮ່ວມການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 14 ທີ່ປະເທດ ບຣູໄນ ເປັນເຈົ້າພາບ 1 ຫຼຽນທອງ.
ພິເສດ ໃນປີ 2025 ໄດ້ສົ່ງຄະນະນໍາ, ຄູຝຶກ ແລະ ນັກກິລາກະຕໍ້ທີມຊາດລາວ ເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ທັງໝົດ 30 ຄົນ, ໃນນີ້ປະກອບດ້ວຍຄະນະນໍາ 1 ທ່ານ, ກຳມະການ 1 ທ່ານ, ຄູຝຶກ 6 ທ່ານ, (ຄູຝຶກຕ່າງປະເທດ 1 ທ່ານ) ແລະ ນັກກິລາ ຈໍານວນ 23 ທ່ານ. ຊຶ່ງປະກອບດ້ວຍພະນັກງານກຳລັງກະຊວງປ້ອງກັນປະເທດ 5 ທ່ານ, ພະນັກງານກຳລັງປ້ອງກັນຄວາມສະຫງົບ 3 ທ່ານ ແລະ ນັກຮຽນ-ນັກສຶກສາ ສະຖາບັນກິລາ-ກາຍຍະກໍາ 8 ທ່ານ, ໃຊ້ເວລາໃນການແຂ່ງຂັນ 13 ວັນ ລະຫວ່າງວັນທີ 8-20 ທັນວາ 2025 ໂດຍຜົນງານສາມາດຍາດໄດ້ທັງໝົດ 4 ຫຼຽນທອງ ຈາກການເຂົ້າຮ່ວມແຂ່ງຂັນ 7 ລາຍການ.
ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ກໍຍັງມີດ້ານດີ, ດ້ານອ່ອນ, ບັນຫາ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນ ສະຫະພັນໄດ້ຮັບການຊີ້ນໍາຈາກຂັ້ນເທິງຢ່າງໃກ້ຊິດ, ໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນເປັນຢ່າງດີຈາກທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ລວມທັງສະຫະພັນສາກົນ ເຮັດໃຫ້ສາມາດຈັດຕັ້ງປະຕິບັດວຽກງານສະດວກຂຶ້ນ ແລະ ມີທຶນຮອນເຂົ້າຮ່ວມການແຂ່ງຂັນໃນລະດັບຕ່າງໆທີ່ສາມາດເຂົ້າຮ່ວມໄດ້; ການພັດທະນານັກກິລາກະຕໍ້ຂອງລາວ ຍັງພົບບັນຫາ ເຊັ່ນ: ການສົ່ງເສີມຂະບວນການພັດທະນານັກກິລາຍັງຂາດແຜນການພັດທະນາໃນໄລຍະຍາວ; ນັກກິລາຍັງຂາດການຝຶກແອບ-ຝຶກຊ້ອມຢ່າງເປັນລະບົບ ແລະ ຕໍ່ເນື່ອງພຽງພໍ, ການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນເຂັ້ມຂຸ້ນ ແລະ ພຽງພໍ ເນື່ອງຈາກຍັງຂາດງົບປະມານ; ດ້ານສະຫວັດດີການນັກກິລາ ຍັງບໍ່ຈູງໃຈໃຫ້ຢູ່ໃນສາຍກິລານີ້ໃນໄລຍະຍາວ.
ດ້ານງົບປະມານ ນອກຈາກງົບປະມານລັດແລ້ວໃນການນໍາໃຊ້ເຂົ້າຮ່ວມແຂ່ງຂັນ ແລະ ການເຄື່ອນໄຫວຂອງສະຫະພັນທີ່ຈໍາເປັນ ອີກດ້ານໜຶ່ງແມ່ນໄດ້ຈາກການອຸປະຖໍາຂອງບັນດາບໍລິສັດ, ວິສາຫະກິດ ແລະ ຫ້າງຮ້ານຕ່າງໆ ໂດຍໃນປີ 2024 ລະດົມໄດ້ 415.000.000 ກີບ ນໍາໃຊ້ 370.883.000 ກີບ ແລະ ປີ 2025 ລະດົມໄດ້ 773.364.000 ກີບ ນໍາໃຊ້ 333.835.000ກີບ.
ທ່ານ ສູນທອນ ຄຳສານ ລາຍງານໃຫ້ຮູ້ຕື່ມວ່າ: ສຳລັບແຜນການເຄື່ອນໄຫວໃນປີ 2026 ໄດ້ວາງຄາດໝາຍ ຈະສູ້ຊົນຍາດໄດ້ຢ່າງໜ້ອຍ 1 ຫຼຽນທອງ ໃນການເຂົ້າຮ່ວມງານມະຫະກໍາກິລາເອຊຽນ ເກມ 2026 ທີ່ປະເທດຍີ່ປຸ່ນ ເປັນເຈົ້າພາບ; ຈັດການແຂ່ງກິລາກະຕໍ້ລະດັບປະເທດ ທັງຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປຢ່າງໜ້ອຍ ໃຫ້ໄດ້ 2-4 ຄັ້ງ; ຈັດການແຂ່ງຂັນກິລາກະຕໍ້ ໃນງານມະຫະກຳກິລາມະຫາວິທະຍາໄລແຫ່ງຊາດ 1  ຄັ້ງ; ການແຂ່ງຂັນກິລາກະຕໍ້ ຊີງແຊ໋ມໂລກ 1 ຄັ້ງ ທີ່ປະເທດໄທ ໃນເດືອນກັນຍາ 2026; ເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ນັກຮຽນມັດທະຍົມອາຊຽນ ຄັ້ງທີ 15 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ປີ 2026; ເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ເອຊຽນຄັບ 2026 ທີ່ ສປ ຈີນ 1 ຄັ້ງ; ເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ ບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ບັນດາປະເທດອາຊຽນ ໃນເດືອນພຶດສະພາ ປີ 2026 ທີ່ ສປ ຈີນ 2 ຄັ້ງ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາ ຕໍ່ກັບຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 2 ປີ ຜ່ານມາ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບັນດາສະປອນເຊີ້, ອົງການ, ບໍລິສັດ, ພາກລັດ ແລະ ພາກເອກະຊົນທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຸປະຖຳພະຍຸງຫຼາຍດ້ານ ໃນການດຳເນີນກິດຈະກຳຂອງສະຫະພັນ ໃນໄລຍະປີ 2024-2025. ສະນັ້ນ, ຂໍຖືໂອກາດນີ້ອວຍພອນໃຫ້ການຮ່ວມມືລະຫວ່າງກັນ ປະສົບຜົນສຳເລັດ ແລະ ກ້າວໜ້າຄຽງຄູ່ກັນຕະຫຼອດໄປ.
ຫຼັງຈາກນັ້ນ, ໃນພິທີກໍໄດ້ມີການມອບໃບຍ້ອງໃຫ້ກັບຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ມີຜົນງານດີເດັ່ນ ໃນໄລຍະຕະຫຼອດ 2 ປີ ຜ່ານມາ ແລະ ມອບໃບກຽດຕິຄຸນ ເພື່ອຈາກລຶກຜົນງານໃຫ້ກັບບັນດາບໍລິສັດ, ລັດວິສາຫະກິດ ແລະ ຫ້າງຮ້ານຕ່າງໆ ທີ່ໄດ້ປະກອບສ່ວນດ້ານທຶນຮອນໃຫ້ກັບສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວອີກດ້ວຍ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ