Skip to main content

ທັບນັກກິລາລາວ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 8 ຫຼຽນ ໃນງານກິລາອາຊຽນ ພາຣາເກມ ຄັ້ງທີ XIII ທີ່ປະເທດໄທ

09/01/2026
ທັບນັກກິລາຄົນພິການລາວ ພ້ອມຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 164 ຄົນ, ຍິງ 62 ຄົນ ຈາກ 12 ປະເພດກິລາ ພ້ອມຕັ້ງເປົ້າໝາຍຈະສູ້ຊົນສ້າງຜົນງານປະຫວັດສາດ ຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ໃນງານມະຫະກຳກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ XIII ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 20-27 ມັງກອນ 2026.
ພິທີໂອ້ລົມທັບນັກກິລາຄົນພິການລາວ ກຽມເຂົ້າຮ່ວມງານກິລາອາຊຽນ ພາຣາເກມ ຄັ້ງທີ XIII ໄດ້ມີຂຶ້ນໃນຕອນເຊົ້າວັນທີ 9 ມັງກອນ 2026 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະນຳສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ XIII ມີບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ 10 ປະເທດເຂົ້າຮ່ວມ, ໃນນັ້ນ ມີພຽງປະເທດກຳປູເຈຍ ທີ່ຂໍຖອນຕົວ ພ້ອມທັງກໍານົດຊີງໄຊ 19 ປະເພດກິລາ ແລະ ກິລາສາທິດ 2 ປະເພດກິລາ. ສໍາລັບ ສປປ ລາວ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນ 12 ປະເພດກິລາ ປະກອບມີ : ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ບ໋ອດເຊຍ, ບານເຕະ, ລົດຖີບ, ຍິງປືນ, ຟັນດາບ, ດອກປີກໄກ່ ແລະ ເທັນນິດ ລວມມີຄະນະນຳ, ຄູຝຶກ ແລະ ນັກກິລາທັງໝົດ 164 ຄົນ, ຍິງ 62 ຄົນ.
ໃນການເຂົ້າຮ່ວມງານດັ່ງກ່າວ ທາງສະມາຄົມກິລາຄົນພິການແຫ່ງປະເທດໄທ ຍັງໄດ້ໃຫ້ການສະໜັບສະໜູນການເຂົ້າສູນຝຶກຊ້ອມ, ອຸປະກອນຮັບໃຊ້ການຝຶກຊ້ອມ ແລະ ແຂ່ງຂັນ ຈໍານວນ 7 ປະເພດກິລາຄື: ຟັນດາບລໍ້ເລື່ອນຄົນພິການ, ແລ່ນ-ລານຄົນພິການ, ຍິງປືນຄົນພິການ, ເທັນນິດຄົນພິການ, ລົດຖີບຄົນພິການ, ລອຍນໍ້າຄົນພິການ ແລະ ບານເຕະຄົນພິການ, ໃນການເດີນທາງເຂົ້າຮ່ວມງານຄັ້ງນີ້ ໂດຍຂະບວນໃຫຍ່ ຊຶ່ງມີຮອງປະທານ, ເລຂາທິການ ຄພລ, ກອງເລຂາ, ແພດ, ນັກຂ່າວ, ຫົວໜ້າຄູຝຶກ, ຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ ຈະອອກເດີນທາງໃນວັນທີ 15-27 ມັງກອນ 2026 ເດີນທາງດ້ວຍລົດຕູ້ ແລະ ລົດເມໃຫຍ່ ຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ ຊຶ່ງຄາດໝາຍໃນການເຂົ້າຮ່ວມ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 8 ຫຼຽນ.
ໂອກາດດຽວກັນ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ເນັ້ນໜັກໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ໃນນາມກອງເລຂາ ພົວພັນປະສານ ໃຫ້ເອົາໃຈໃສ່ໃນການພົວພັນປະສານງານ ຢ່າງເອົາຈິງເອົາຈັງ ກັບປະເທດເຈົ້າພາບ, ກອງເລຂາຂອງຄະນະຈັດການແຂ່ງຂັນ ໃຫ້ເປັນປົກກະຕິ, ຕິດຕາມຂໍ້ມູນຂ່າວສານ ໃຫ້ທັນກັບສະພາບການ ແລະ ລາຍງານຂໍຄຳເຫັນຄະນະນຳກະຊວງ ແລະ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຢ່າງເປັນປົກກະຕິ; ສືບຕໍ່ພົວພັນປະສານງານ ໃນການລົງທະບຽນເຂົ້າຮ່ວມແຂ່ງຂັນ ໃຫ້ຮັບປະກັນຮອບດ້ານ ໃນການສະໝັກເຂົ້າຮ່ວມແຂ່ງຂັນທຸກປະເພດກິລາ ແລະ ຕິດຕາມຂໍ້ມູນຂ່າວສານ, ການສະໜອງຂໍ້ມູນຂ່າວສານດ້ານກົດລະບຽບ, ກະຕິກາຂອງການແຂ່ງຂັນແຕ່ລະປະເພດກິລາ ເພື່ອຜັນຂະຫຍາຍໃຫ້ບັນດາສະຫະພັນກິລາ 12 ປະເພດກິລາ ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການຝຶກຊ້ອມ ແລະ ແຂ່ງຂັນ.
ພ້ອມນັ້ນ, ບັນດາທ່ານປະທານສະຫະພັນ, ເລຂາທິການ, ຄູຝຶກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການສຶກສາຂໍ້ມູນກົດລະບຽບການແຂ່ງຂັນທຸກປະເພດກິລາໃຫ້ຊັດເຈນ, ເຜີຍແຜ່ຂໍ້ມູນດ້ານກົດລະບຽບໃກ້ນັກກິລາຂອງຕົນເອງຮັບຊາບທົ່ວເຖິງ ແລະ ເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ-ການເມືອງ, ຄວາມຮັບຜິດຊອບ, ນໍ້າໃຈຮັກຊາດຂອງນັກກິລາໃຫ້ສູງ ເພື່ອບຸກທະລຸທາງຈິດໃຈຂອງນັກກິລາ ໃນເວລາຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບຫຼຽນຄຳ ຕາມຄາດໝາຍທີ່ວາງໄວ້ ຢາກສ້າງຜົນງານສຳເລັດ ນັກກິລາເອງ ກໍຕ້ອງມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ໃນການເປັນນັກກິລາທີ່ດີ, ມີຄຸນສົມບັດ, ມີລະບຽບວິໄນ ໃນການຝຶກຊ້ອມ, ໃນເວລາແຂ່ງຂັນ, ມີຄວາມສາມັກຄີພາຍໃນ ແລະ ແຂ່ງຂັນສູ້ດ້ວຍຈິດໃຈຊາດ ດ້ວຍຄວາມຮັບຜິດຊອບສູງ; ການເບິ່ງແຍງຊີວິດການເປັນຢູ່, ການຊ່ວຍເຫລືອນັກກິລາ ເຖິງວ່າພວກເຮົາຈະເຮັດໄດ້ດີໃນໄລຍະຜ່ານມາ ແຕ່ກໍ່ໃຫ້ເພີ່ມທະວີເອົາໃຈໃສ່ໃນການຕິດຕາມ ຢ່າງໃກ້ສິດຕິດແທດ, ທົ່ວເຖິງ ເປັນປົກກະຕິ ເປັນຕົ້ນ: ການເບິ່ງແຍງສຸຂະພາບ, ທີ່ພັກ, ອາຫານຂອງນັກກິລາ ໃນເວລາເຂົ້າສູນຝຶກຊ້ອມ.
ໃນພິທີດັ່ງກ່າວ, ກໍໄດ້ມີການມອບ-ຮັບເຄື່ອງນຸ່ງ ຈາກບໍລິສັດ ອຸດົມຊັບ ຈະເລີນ ກໍ່ສ້າງ ອຸປະຖຳເຄື່ອງກິລາ ເປັນເສື້ອເສີດ 200 ຜືນ ລວມມູນຄ່າ 96 ລ້ານກີບ ຕາງໜ້າມອບໂດຍທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດລາວ ເພື່ອຊຸກຍູ້ທັບນັກກິລາຄົນພິການລາວເຂົ້າຮ່ວມສ້າງຜົນງານເປັນກຽດຊື່ສຽງມາສູ່ປະເທດຊາດ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ