ເອັດທີ ແບັງ ຮ່ວມ ເອັດທີ ກຣຸບ ມອບເງິນສະໜັບສະໜູນການແຂ່ງຂັນບານເຕະຊີງຂັນນາຍົກ ປີ 2025-2027
14/01/2026
ທະນາຄານ ເອັດທີ ຫຼື ST Bank ແລະ ບໍລິສັດ ເອັດທີ ກຣຸບ ຈຳກັດ (ST Group) ຈໍາກັດຜູ້ດຽວ ຮ່ວມໃຫ້ການສະໜັບສະໜູນການແຂ່ງຂັນກິລາບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນເວລາ 2 ປີ ລະຫວ່າງປີ 2025-027 ຈຳນວນ 2 ຕື້ກີບ.
ພິທີເຊັນສັນຍາການສະໜັບສະໜູນດັ່ງກ່າວ ໄດ້ມີຂຶ້ນຮໃນວັນທີ 13 ມັງກອນ 2026 ທີ່ສໍານັກງານໃຫຍ່ ທະນາຄານ ເອັດທີ (ຕໍ່ໜ້າສະໜາມບິນສາກົນ ວັດໄຕ) ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເອກະລາດ ລັດຕະນະຈານ ຮັກສາການຜູ້ອຳນວຍການ ທະນາຄານ ເອັດທີ, ມີທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະພາບໍລິຫານ ທະນາຄານ ເອັດທີ ແບັງ ແລະ ບໍລິສັດ ເອັດທີ ກຣຸບ ຈໍາກັດ ພ້ອມດ້ວຍຄະນະອໍານວຍການ ທະນາຄານ ເອັດທີ ແບັງ, ຫົວໜ້າພະແນກຫ້ອງການ ບໍລິສັດ ເອັດທີ ກຣຸບ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງທັງສອງຄະນະບໍລິຫານຂອງ ທະນາຄານ ເອັດທີ ແບັງ ແລະ ບໍລິສັດ ເອັດທີ ກຣຸບ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ສຕລ ໂດຍການໃຫ້ທຶນສະໜັບສະໜູນເພື່ອມາໝູນໃຊ້ປິ່ນອ້ອມໃນການຈັດການແຂ່ງຂັນກິລາບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເວລາ 2 ລະດູການ ລະຫວ່າງ ປີ 2025-2027. ຖືວ່າເປັນການໃຫ້ການສະໜັບສະໜູນຄັ້ງທີ 2 ເພາະທາງ ທະນາຄານ ເອັດທີ ເຄີຍໃຫ້ການສະໜັບສະໜູນ ສຕລ ໃນການເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊ໋ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (ຮອບຄັດເລືອກ) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີ 2022. ການສະໜັບສະໜູນຂອງທ່ານໃນຄັ້ງນີ້ ກໍໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດທີ່ກວ້າງໄກຂອງຄະນະບໍລິຫານ ເພາະການປະກອບສ່ວນຂອງພວກທ່ານ, ບໍ່ແມ່ນພຽງແຕ່ຊ່ວຍສົ່ງເສີມພັດທະນາວົງການກິລາບານເຕະລາວ ແຕ່ຍັງໄດ້ກວມລວມໄປເຖິງການພັດທະນາວຽກງານສັງຄົມ ສົ່ງເສີມໃຫ້ເຍົາວະຊົນລາວ ຫັນມາສົນໃຈໃນການຫຼິ້ນກິລາ ເພື່ອຫ່າງໄກຈາກຢາເສບຕິດ. ຫຼັງຈາກນັ້ນ, ປະທານ ສຕລ ກໍຍັງໄດ້ແຈ້ງໃຫ້ສື່ມວນຊົນຮັບຊາບ ເພື່ອສືບເນື່ອງຈາກການເຂົ້າມາສະໜັບສະໜູນການແຂ່ງຂັນຂອງ ທະນາຄານ ເອັດທີ ແບັງ ແລະ ບໍລິສັດ ເອັດທີ ກຣຸບ ຈຳກັດຜູ້ດຽວ, ເຮັດໃຫ້ທາງ ສຕລ ຈຶ່ງປັບເພີ່ມເງິນລາງວັນຊະນະເລີດ ຈາກຈໍານວນ 200 ລ້ານກີບ ໃນລະດູການ 2024-2025 ມາເປັນ 300 ລ້ານກີບ ໃນລະດູການນີ້, ສ່ວນຮອງຊະນະເລີດ ຈາກ 50 ລ້ານກີບ ມາເປັນ 100 ລ້ານກີບ.
ໂອກາດດຽວກັນ, ທ່ານ ເອກະລາດ ລັດຕະນະຈານ ກ່າວວ່າ: “ການສະໜັບສະໜູນຄັ້ງນີ້ ເປັນການສົ່ງເສີມໃຫ້ກິລາບານເຕະລາວ ມີສັກກະຍະພາບ ພັດທະນານັກກິລາພາຍໃນ ໃຫ້ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບຊາດຢ່າງມີຜົນສຳເລັດ ແລະ ພວກເຮົາໃນນາມຜູ້ໃຫ້ການສະໜັບສະໜູນ ກໍຍິນດີທີ່ຈະໃຫ້ການສົ່ງເສີມທັງສະຫະພັນ ແລະ ນັກກິລາ ໃຫ້ມີຂວັນກຳລັງໃຈອັນເຂັ້ມແຂງ ແລະ ມີການພັດທະນາທີ່ດີຍິ່ງຂຶ້ນຕະຫຼອດໄປ ກຸ່ມບໍລິສັດ ST ແລະ ST Bank ພວກເຮົາພ້ອມທີ່ຈະສະໜັບສະໜູນ ແລະ ຢືນຄຽງຂ້າງການພັດທະນາກິລາລາວ ລວມທັງພັດທະນາໃນທຸກໆດ້ານ ໂດຍສະເພາະການບໍລິການ ແລະ ເຜີຍແຜ່ຜະລິດຕະພັນ ເອັດທີ ແບັງ ທີ່ທັນສະໄໝ, ປອດໄພ, ໝັ້ນຄົງ ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຊາວລາວ ຊົມໃຊ້ຢ່າງມີຄຸນນະພາບ ແລະ ຍືນຍົງຕະຫຼອດໄປ”.
ການເຊັນສັນຍາສະໜັບສະໜູນໃນຄັ້ງນີ້ ມີມູນຄ່າ 2,000,000,000 ກີບ ໄລຍະເວລາ 2 ລະດູການ ກໍຄື ລະຫວ່າງປີ 2025-2027. ສຳລັບການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2025-2026 ໄດ້ຈັດຂຶ້ນລະຫວ່າງວັນທີ 22 ທັນວາ 2025 ຫາ 17 ມັງກອນ ປີ 2026. ປີນີ້ມີ 19 ສະໂມສອນເຂົ້າຮ່ວມແຂ່ງຂັນ, ໂດຍປະກອບມີ 9 ສະໂມສອນຈາກ ລາວລີກ 1 ແລະ 10 ສະໂມສອນຈາກ ລີກ 2.
ປັດຈຸບັນ, ການແຂ່ງຂັນໄດ້ມາຮອດໂຄ້ງສຸດທ້າຍແລ້ວ ຊຶ່ງນັດຊີງຊະນະເລີດ ຈະໄດ້ຈັດຂຶ້ນທີ່ນະຄອນ ຫຼວງພະບາງ ໃນວັນທີ 17 ມັງກອນ 2026 ເວລາ 14:00 ໂມງ ທີ່ສະຫນາມກິລາແຂວງ ລະຫວ່າງ ສະໂມສອນບານເຕະກອງທັບ ພົບກັບ ສະໂມສອນ ເອສຣາ (ແຊ໋ມເກົ່າປີກາຍ).
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ຫາລືແນວທາງການຮ່ວມມືວຽກງານອະຊີວະສຶກສາ ຢູ່ ສປປ ລາວ
- ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII
- ສສກ-ອີດີເອັບ ລາວ ສືບຕໍ່ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ 4 ແຂວງເປົ້າໝາຍ
- ເອັດທີ ແບັງ ຮ່ວມ ເອັດທີ ກຣຸບ ມອບເງິນສະໜັບສະໜູນການແຂ່ງຂັນບານເຕະຊີງຂັນນາຍົກ ປີ 2025-2027
- ສສກ ປຶກສາຫາລືວຽກງານສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ
- ທັບນັກກິລາລາວ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 8 ຫຼຽນ ໃນງານກິລາອາຊຽນ ພາຣາເກມ ຄັ້ງທີ XIII ທີ່ປະເທດໄທ


