Skip to main content

ລາວ ເສຍໃຫ້ ເຈົ້າພາບ 5-16 ຄະແນນ ບານບ້ວງລໍ້ເລື່ອນຍິງ 3×3 ງານກິລາ ອາຊຽນ ພາຣາເກມ 2025

19/01/2026
ທີມນັກກິລາບານບ້ວງລໍ້ເລື່ອນຍິງ ທີມຊາດລາວ ລົງປະເດີມສະໜາມນັດທຳອິດ ເສຍໃຫ້ ທີມຊາດໄທ ເຈົ້າພາບ 5-16 ຄະແນນ ໃນການແຂ່ງຂັນບານບ້ວງລໍ້ເລື່ອນຍິງ 3×3 ງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ASEAN Para Games 2025 ຮອບຄັດເລືອກ ຈັດຂຶ້ນໃນວັນ 19 ມັງກອນ 2026 ທີ່ສະໜາມບານບ້ວງ ເດີມໍ ເຊັນທັນ ນະຄອນຣາຊະສີມາ ປະເທດໄທ.
ລາຍການດັ່ງກ່າວ ຖືເປັນປະເພດກິລາທຳອິດ ຈາກ 19 ປະເພດກິລາທີ່ແຂ່ງຂັນກ່ອນ ໃນງານກິລາອາຊຽນພາຣາເກມ 2025 ຊຶ່ງມີນັກກິລາຈາກ 3 ຊາດ ຄື: ເຈົ້າພາບ ໄທ, ສປປ ລາວ ແລະ ຟິລິບປິນ ເຂົ້າຮ່ວມ ສ່ວນອະດີດເຈົ້າຂອງຫຼຽນຄຳ ຢ່າງ ທີມຊາດກຳປູເຈຍ ແມ່ນຂໍຖອນຕົວບໍ່ໄດ້ເຂົ້າຮ່ວມແຂ່ງຂັນ.
ການແຂ່ງຂັນໃນຮອບຄັດເລືອກ ທັງ 3 ຊາດ ຈະໄດ້ແຂ່ງຂັນພົບກັນໝົດ 4 ນັດ ພາຍໃນມື້ດຽວ ທີ່ສະໜາມບານບ້ວງ ເດີມໍ ເຊັນທັນ ນະຄອນ ຣາຊະສີມາ ປະເທດໄທ ເພື່ອຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດ ອັນດັບທີ 1 ແລະ ອັນດັບທີ 2 ໄປຊີງຫຼຽນຄຳ ສ່ວນທີມເສຍ ໄດ້ພຽງຫຼຽນທອງ ຄ້ອງຄໍ.
ສຳລັບທີມບານບ້ວງລໍ້ເລື່ອນຄົນພິການລາວ ໄດ້ທ່ານ ຢາຊຸຮິໂຣ ຈິມໂບ (Yasuhiro JIMBO) ຝຶກຊາວຍີ່ປຸ່ນ ນຳທັບ. ຜ່ານການແຂ່ງຂັນໃນນັດທຳອິດຕາມຄາດ ເຈົ້າພາບ ໄທ ໄລ່ເອົາຊະນະ ລາວ 16-5 ຄະແນນ ສ່ວນັດທີ 2 ລາວ ຈະລົງສະໜາມພົບກັບ ຟິລິບປິນ ໃນເວລາ 12:00 ໂມງ, ນັດທີ 3 ລາວ ພົບກັບ ໄທ ເວລາ 13:30 ໂມງ ແລະ ນັດສຸດທ້າຍ ຟິລິບປິນ ພົບກັບ ລາວ ເວລາ 15:30 ໂມງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ