ສະຫະພັນກິລາຈູຈີຊູແຫ່ງຊາດ ຍ້ອງຍໍຄະນະນຳ, ຄູຝຶກ ແລະ ນັກກິລາ ຊຸດສ້າງຜົນງານຄວ້າ 1 ຫຼຽນທອງ ຊີເກມ ທີ່ປະເທດໄທ
19/01/2026

ສະຫະພັນກິລາຈູຈີຊູແຫ່ງຊາດລາວ ໄດ້ຈັດພິທີສະຫຼຸບຜົນງານຂອງທັບນັກກິລາຈູຈີຊູລາວ ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນວັນທີ 14 ມັງກອນ 2026 ທີ່ສູນກິລາບູໂດເຊັນເຕີ (ຂ້າງສະໜາມກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາຈູຈີຊູແຫ່ງຊາດລາວ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນ, ຄູຝຶກ, ນັກກິລາ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີ, ທ່ານ ກັນຍາເພັດ ພັນດານຸວົງ ຮອງເລຂາທິການສະຫະພັນກິລາຈູຈີຊູແຫ່ງຊາດລາວ ກໍໄດ້ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ຄັ້ງນີ້ ທັບນັກກິລາຈູຈີຊູທີມຊາດລາວ ໄດ້ເຂົ້າຮ່ວມແຂ່ງຂັນທັງໝົດ 7 ຄົນ, ຍິງ 3 ຄົນ, ໃນນັ້ນ ສາມາດຍາດໄດ້ພຽງ 1 ຫຼຽນທອງ ມາຄອງຈາກປະເພດຟ້ອນຄູ່ຍິງ ລາຍການ Women Duo Show ຈາກ ນາງ ມາລາ ຈັນທະລັກສາ ແລະ ນາງ ກຸງກິ່ງ ບຸດດາໄຊ ສຳລັບສາດທີ່ເຮັດໃຫ້ພວກເຮົາບໍ່ປະສົບຜົນສຳເລັດ ກໍຍ້ອນສະຫະພັນກິລາຈູຈິດຊູແຫ່ງຊາດລາວ ໄດ້ສ້າງຕັ້ງຂຶ້ນໃໝ່ ມາຮອດປັດຈຸບັນແມ່ນ ເກືອບ 2 ປີ ແລ້ວ (ສ້າງເດືອນ 04 ປີ 2024). ສ່ວນແຜນການເຄື່ອນໄຫວແມ່ນໄດ້ເລີ່ມແຕ່ ປີ 2023 ເປັນຕົ້ນມາ, ໂດຍໄດ້ຮັບງົບປະມານຈາກທາງລັດຖະບານ ແລະ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃນການສົ່ງນັກກິລາໄປຝຶກຊ້ອມ ແລະ ແຂ່ງຂັນຢູ່ຕ່າງປະເທດ ຍັງມີຈຳກັດ, ການຫາແຫຼ່ງທຶນໃນການສະໜັບສະໜູນດ້ານຕ່າງໆ ກໍຍັງມີບໍ່ພຽງພໍ. ສະນັ້ນ ຈຶ່ງຂໍສະເໜີ ກະຊວງສຶກສາທິການ ແລະ ກິລາ ສະໜອງງົບປະມານໃນການຝຶກແອບ-ຝຶກຊ້ອມ ລວມເຖິງການເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆ ເພີ່ມຂຶ້ນ; ສະເໜີຂໍຄູຝຶກຈາກຕ່າງປະເທດ ຜູ້ທີ່ມີຄວາມຊ່ຽວຊານມາຝຶກແອບໃຫ້ນັກກິລາ ທັງໄລຍະສັ້ນ ແລະ ໄລຍະຍາວ ແລະ ສະເໜີການເຂົ້າຮ່ວມຝຶກອົບຮົມດ້ານຕ່າງໆ ເຊັ່ນ: ຄູຝຶກ, ກໍາມະການຕັດສິນ, ຮູບແບບການບໍລິຫານງານສະຫະພັນ ເພື່ອເປັນແນວທາງໃນການພັດທະນາກິລາຈູຈິດຊູລາວ ໃນອະນາຄົດ.
ເພື່ອເປັນການຍ້ອງຍໍຜົນງານທີ່ນັກກິລາສາມາດຍາດໄດ້ຫຼຽນທອງດັ່ງກ່າວ ທາງຄະນະບໍລິຫານງານສະຫະພັນກໍໄດ້ມອບເງິນໂບນັດ ຈຳນວນ 29 ລ້ານກີບ, ໃນນັ້ນ ຈຳນວນ 16 ລ້ານກີບ ແມ່ນມອບໃຫ້ນັກກິລາທີ່ສາມາດສ້າງຜົນງານໄດ້ 1 ຫຼຽນທອງ ສ່ວນ 8 ລ້ານກີບ ຊຸກຍູ້ໃຫ້ແກ່ຄະນະຄູຝຶກ ແລະ ອີກ 5 ລ້ານກີບ ແມ່ນມອບໃຫ້ນັກກິລາທີ່ບໍ່ສາມາດຍາດໄດ້ຫຼຽນໃນງານດັ່ງກ່າວອີກດ້ວຍ.
ໃນພິທີດັ່ງກ່າວ, ທ່ານ ຈິນຊ່ຽວຢິນ ປະທານບໍລິສັດ ເຄພີ ກໍ່ສ້າງ ຈຳກັດຜູ້ດຽວ ຍັງໄດ້ມອບເງິນ ຈຳນວນ 50 ລ້ານກີບ ໃຫ້ແກ່ສະຫະພັນກິລາຈູຈີຊູແຫ່ງຊາດລາວ ເພື່ອສືບຕໍ່ເຄື່ອນໄຫວພັດທະນານັກກິລາຈູຈີຊູລາວ ເຂົ້າຮ່ວມແຂ່ງຂັນງານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງຕາງໜ້າຮັບແມ່ນ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາຈູຈີຊູແຫ່ງຊາດລາວ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ



