“ລັດສະໝີ ສີປະເສີດ” ຍົກນໍ້າໜັກຄົນພິການລາວ ສ້າງຜົນງານໄດ້ຕາມຄາດ ຄວ້າຫຼຽນທອງ ອາຊຽນ ພາຣາເກມ 2025
22/01/2026

ນາງ ລັດສະໝີ ສີປະເສີດ ສາວນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ສ້າງຜົນງານໄດ້ຕາມເປົ້າໝາຍທີ່ທາງສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດລາວ ຕັ້ງຄວາມຫວັງໄວ້ ຈະໃຫ້ຕິດ 1 ໃນ 3 ໃນງານກິລາອາຊຽນ ພາຣາເກມ 2025 ຈັດຂຶ້ນທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 20-26 ມັງກອນ 2026.
ປະເພດກິລາດັ່ງກ່າວ ມີການຊີງໄຊຫຼາຍລາຍການ ແລະ ມີນັກກິລາຍົກນໍ້າໜັກໃນຂົງເຂດອາຊຽນເຂົ້າຮ່ວມ ສະເພາະສປປ ລາວ ກໍຄື ສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດລາວ ສົ່ງນັກກິລາເຂົ້າຮ່ວມພຽງ 2 ຄົນ ປະກອບມີ ນາງ ລັດສະໝີ ສີປະເສີດ ຈາກແຂວງໄຊຍະບູລີ ແລະ ນາງ ແດງມະນີ ສີບຸນເຮືອງ ຈາກແຂວງເຊກອງ ທີ່ລົງແຂ່ງຂັນໃນຮຸ່ນນໍ້າໜັກ 41 ກິໂລກຼາມຍິງເຊັ່ນກັນ ຊຶ່ງລາຍການດັ່ງກ່າວ ມີນັກກິລາຮ່ວມຊີງໄຊ 5 ຄົນ ທີ່ມາຈາກ 3 ຊາດ ກໍຄື ຟິລິບປິນ 2 ຄົນ, ໃນນັ້ນມີນັກກິລາທີ່ເປັນແຊ໋ມ ຫຼຽນຄຳ ຢູ່ປະເທດກຳປູເຈຍ ໃນປີ 2023 ສ່ວນ ລາວ ສົ່ງ 2 ຄົນ ແລະ ອິນໂດເນເຊຍ 1 ຄົນ.
ກິລາຍົກນໍ້າໜັກຄົນພິການອາຊຽນ ໄດ້ເປີດສາກຂຶ້ນ ມື້ທຳອິດ ໃນວັນທີ 21 ມັງກອນ 2026 ຜ່ານການແຂ່ງຂັນຜົນປະກົດວ່າ: ໃນຮຸ່ນນໍ້າໜັກ 41 ກິໂລກຼາມຍິງ ຫຼຽນຄຳ ເປັນຂອງສາວ ອີເລຍນາ (Eliana) ສາວນັກກິລາຈາກອິນໂດເນເຊຍ ທີ່ເປັນມ້າມືດມາແຮງ ສາມາດຍົກໄດ້ 3 ຄັ້ງ ກໍຄື ຄັ້ງທີ 1 ຍົກໄດ້ 76 ຄະແນນ, ຄັ້ງທີ 2 ຍົກໄດ້ 78 ຄະແນນ ແລະ ຄັ້ງທີ 3 ຍົກໄດ້ 82 ຄະແນນ ໄດ້ຫຼຽນຄຳ ໄປຄອງ ສ່ວນ ຫຼຽນເງິນ ເປັນຂອງ ມາຣີດໍ ພາມາຕິ-ແອນ (Marydol Pamati-AN) ແຊ໋ມເກົ່າຈາກ ຟິລິບປິນ ສາມາດຍົກໄດ້ ຄັ້ງດຽວ 77 ຄະແນນ ສ່ວນຄັ້ງທີ 2 ແລະ ຄັ້ງທີ 3 ແມ່ນບໍ່ສາມາດຍົກໄດ້ ແລະ ຫຼຽນທອງ ເປັນຂອງ ນາງ ລັດສະໝີ ສີປະເສີດ ສາມາດຍົກໄດ້ ຄັ້ງດຽວ 70 ຄະແນນ ສ່ວນຄັ້ງທີ 2 ແລະ ຄັ້ງທີ 3 ກໍບໍ່ສາມາດຍົກໄດ້ເຊັ່ນກັນ. ຂະນະທີ່ ນາງ ແດງມະນີ ສີບຸນເຮືອງ ແມ່ນຈົບອັນດັບທີ 4.
ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ



