Skip to main content

ເປີດກອງປະຊຸມໃຫຍ່ສະໄໝສາມັນຂອງສະຫະພັນກິລາບານເຕະແຫ່ງຊາດລາວ ປະຈຳປີ 2025

25/01/2026
ກອງປະຊຸມໃຫຍ່ສະໄໝສາມັນຂອງສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ ປະຈຳປີ 2025 ໄດ້ເປີດຂຶ້ນໃນຕອນບ່າຍວັນທີ 24 ມັງກອນ 2026 ທີ່ຫ້ອງປະຊຸມໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນກິລາບານເຕະແຫ່ງຊາດລາວ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ບັນດາປະທານ-ຮອງປະທານສະຫະພັນກິລາບານເຕະແຂວງ/ນະຄອນຫຼວງ, ສະໂມສອນໃນການແຂ່ງຂັນບານເຕະເປບຊີ ລາວລີກ 1, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນພ້ອມພຽງ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນວ່າ: “ຕາງໜ້າໃຫ້ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ສະແດງຄວາມຍິນດີຕ້ອນຮັບບັນດາທ່ານເຂົ້າສູ່ກອງປະຊຸມໃຫຍ່ ສະໄໝສາມັນ ຂອງສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2025 ໂດຍມີຈຸດປະສົງເພື່ອລາຍງານການປະຕິບັດວຽກງານ ພາຍໃນປີ 2025 ທີ່ຜ່ານມາ ແລະ ສະເໜີແຜນການຈັດຕັ້ງປະຕິບັດວຽກງານ ໃນປີ 2026 ນີ້. ຊຶ່ງໃນປີ 2025 ທີ່ຜ່ານມາ ກໍໄດ້ສືບຕໍ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ທີ່ຖືກຮັບຮອງໃນກອງປະຊຸມໃຫຍ່ ສະໄໝສາມັນ ປະຈໍາປີ 2024 ແລະ ໄດ້ມີຫຼາຍໜ້າວຽກອັນພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ມີການຈັດການຝຶກອົບຮົມຄູຝຶກ ລະດັບ Pro ເປັນຄັ້ງທໍາອິດ ໂດຍມີຄູຝຶກລາວ ເຂົ້າຮ່ວມ 6 ທ່ານ; ສຕລ ໄດ້ຖືກຍົກລະດັບສະມາຊິກ AFC Grassroots Charter ເປັນລະດັບ Silver; ກໍ່ສ້າງ ແລະ ບູລະນະບັນດາພື້ນຖານໂຄງລ່າງກິລາບານເຕະ ໂດຍນໍາໃຊ້ທຶນຊ່ວຍເຫຼືອຈາກ FIFA, AFC ແລະ AFF; ເພີ່ມຈໍານວນສະໂມສອນ ໃນການແຂ່ງຂັນເປບຊີ ລາວລີກ 1 ເປັນ 10 ສະໂມສອນ; ສ້າງບຸກຄະລາກອນຄົນລາວ ທີ່ສາມາດເປັນຜູ້ຝຶກສອນຄູຝຶກ ລະດັບ AFC ແລະ ການຝຶກອົບຮົມຂອງ FIFA ໄດ້, ຜູ້ຄວມຄຸມການແຂ່ງຂັນ ລະດັບ AFC ແລະ ກໍາມະການຕັດສິນ ລະດັບ AFC; ໄດ້ຮັບລາງວັນສະຫະພັນບານເຕະດີເດັ່ນແຫ່ງປີຂອງ AFC ປະເພດ Ruby ເປັນປີທີ 2 ຕິດຕໍ່ກັນ”.
ສະນັ້ນ, ໃນນາມປະທານສະຫະພັນບານເຕະແຫ່ງຊາດລາວ ສະແດງຄວາມຂອບໃຈຢ່າງສູງມາຍັງການນຳພັກ-ລັດ ໂດຍສະເພາະແມ່ນການນຳກະຊວງສຶກສາທິການ ແລະ ກິລາ, ຜູ້ໃຫ້ການສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ຄູຝຶກ ແລະ ນັກກິລາ ພ້ອມຄະນະນຳ, ສະມາຊິກ ສຕລ, ບັນດາສະມາຊິກອະນຸກໍາມະການຕ່າງໆ, ພະນັກງານ ສຕລ, ສື່ມວນຊົນ ແລະ ພາກສ່ວນອື່ນໆ ທີ່ໄດ້ໃຫ້ການປະກອບສ່ວນເຮັດໃຫ້ວຽກງານການພັດທະນາກິລາບານເຕະທົ່ວປະເທດ ຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ດໍາເນີນໄປດ້ວຍຜົນສໍາເລັດ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານສະຫະພັນບານເຕະນານາຊາດ (FIFA), ສະຫະພັນບານເຕະອາຊີ (AFC) ແລະ ສະຫະພັນບານເຕະອາຊຽນ (AFF) ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອດ້ານງົບປະມານໃຫ້ແກ່ການພັດທະນາກິລາບານເຕະໃນປະເທດລາວ, ພ້ອມຖ່າຍທອດບົດຮຽນປະສົບການໃຫ້ແກ່ ສຕລ ພວກເຮົາຕະຫຼອດມາ.
ຢ່າງໃດກໍຕາມ, ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງ ສຕລ ປະຈຳປີ 2025, ລາຍງານການເຄື່ອນໄຫວການເງິນ ປະຈຳປີ 2025 ແລະ ລາຍງານບົດກວດສອບບັນຊີ ປະຈຳປີ 2024, ຮັບຮອງບົດລາຍງານການກວດສອບບັນຊີ ປະຈຳປີ 2024, ສະເໜີງົບປະມານ ແລະ ກິດຈະກຳ ປະຈຳປີ 2026 ພ້ອມທັງຮັບຮອງແຜນການເຄື່ອນໄຫວ ແລະ ງົບປະມານຂອງ ສຕລ ປະຈຳປີ 2026, ສະເໜີ ແລະ ຮັບຮອງບໍລິສັດກວດສອບບັນຊີ ປີ 2025 ອີກດ້ວຍ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ