ສາວບານບ້ວງລໍ້ເລື່ອນລາວ ສ້າງປະຫວັດສາດໜ້າໃໝ່ ຄວ້າຫຼຽນເງິນ ໃນອາຊຽນ ພາຣາເກມ 2025
25/01/2026

ນັດຊີງຊະນະເລີດ ລະຫວ່າງ ທີມບານບ້ວງລໍ້ເລື່ອນສາວລາວ ພົບກັບ ເຈົ້າພາບ ໄທ ຈັດຂຶ້ນ ໃນຕອນເຊົ້າວັນທີ 25 ມັງກອນ 2026 ທີ່ສູນການຄ້າ ເທີມານອນ ນະຄອນ ຣາຊະສີມາ ປະເທດໄທ ຜົນປະກົດວ່າ: ສາວລາວ ຕ້ານຄວາມແຂງແກ່ນເຈົ້າພາບ ບໍ່ໄຫວເສຍ 18-77 ຄະແນນ ສົ່ງຜົນໃຫ້ ສາວລາວ ຄວ້າຫຼຽນເງິນ ແລະ ເປັນຫຼຽນປະຫວັດສາດ ໃນງານກິລາດັ່ງກ່າວ ສ່ວນ ເຈົ້າພາບ ໄທ ໄດ້ຫຼຽນຄຳ ຄັ້ງນີ້ ເປັນຄັ້ງທີ 3 ຕິດຕໍ່ກັນ.
ຕໍ່ຜົນງານດັ່ງກ່າວ ທ່ານ ທອງຈັນ ດວງມະລາໄລ ປະທານສະຫະພັນບານບ້ວງລໍ້ເລື່ອນແຫ່ງຊາດ ກໍໄດ້ມອບເງິນ ຈຳນວນ 1,380,000 ກີບ ຫຼື 2 ພັນບາດ ມອບໃຫ້ນໍ້າໃຈແກ່ນັກກິລາ. ພ້ອມກັນນັ້ນ, ທ່ານ ສິດປະກອນ ພົມມະວົງສາ ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ ທັງເປັນປະທານບໍລິສັດ ທີ່ປຶກສາກົດໝາຍອາໄພສັກສິດ ຈຳກັດ ກໍໄດ້ມອບເງິນລາງວັນໃຫ້ ບານບ້ວງເລື່ອນສາວລາວ ໃນຈຳນວນ 690,000 ກີບ ຫຼື 1.000 ບາດ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ



