Skip to main content

ໄຂກອງປະຊຸມ ຄະນະບໍລິຫານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ VIII ປະຈໍາປີ 2025

28/01/2026
ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ໄດ້ໄຂກອງປະຊຸມຄະນະບໍລິຫານງານ ຊຸດທີ VIII ປະຈໍາປີ 2025 ເພື່ອສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2025 ແລະ ວາງແຜນການເຄື່ອນໄຫວ ປະຈໍາປີ 2026 ຂຶ້ນໃນຕອນເຊົ້າວັນທີ 28 ມັງກອນ 2026 ທີ່ສະໂມສອນໃຫຍ່ ຄອລ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີປະທານກິດຕິມະສັກ, ອະດີດປະທານ, ຄະນະທີ່ປຶກສາ, ບັນດາຮອງປະທານ ແລະ ຄະນະບໍລິຫານງານ ຄອລ ຕະຫຼອດຮອດບັນດາຫົວໜ້າ-ຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະ ກິລາ, ກໍາມະການຂອງ ຄອລ ແລະ ຄະນະບໍລິຫານງານສະຫະພັນກິລາແຫ່ງຊາດ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ຕີລາຄາຄືນການເຄື່ອນໄຫວວຽກງານຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໃນໄລຍະ 1 ປີຜ່ານມາ, ຕີລາຄາຈຸດດີ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ສາມາດຖອດຖອນໄດ້ ແລະ ກຳນົດທິດທາງການເຄື່ອນໄຫວແຜນວຽກຈຸດສຸມ ໃນປີ 2026, ພ້ອມທັງໄດ້ຮັບຟັງ ແລະ ຮັບຮອງເອົາບົດລາຍງານ ຈໍານວນ 4 ສະບັບ ດັ່ງນີ້: ບົດລາຍງານຜົນສໍາເລັດການເຄື່ອນໄຫວ ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວ ປະຈໍາປີ 2026; ບົດລາຍງານວຽກງານການເງິນ ປະຈໍາປີ 2025; ບົດລາຍງານວຽກງານທີ່ພົ້ນເດັ່ນ ການເຂົ້າຮ່ວມແຂ່ງຂັນກິລາໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ແລະ ບົດລາຍງານການຈັດຕັ້ງປະຕິບັດກອງທຶນສົ່ງເສີມກິລາສູ່ໂອແລມປິກ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານວຽກພົ້ນເດັ່ນຂອງ 5 ສະຫະພັນກິລາແຫ່ງຊາດ ຄື: ສະຫະພັນກິລາເປຕັງແຫ່ງຊາດລາວ, ສະຫະພັນກິລາບານເຕະແຫ່ງຊາດລາວ, ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ສະຫະພັນກິລາບານສົ່ງແຫ່ງຊາດລາວ. ພ້ອມທັງມີການປະກອບຄໍາເຫັນຈາກຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເພື່ອສົ່ງເສີມໃຫ້ບັນຍາກາດວຽກງານກິລາທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນຂະບວນຟົດຟື້ນ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບ ແລະ ກອງເລຂາກອງປະຊຸມປັບປຸງບົດລາຍງານຕາມຄຳເຫັນຂອງຜູ້ແທນກອງປະຊຸມ ແລະ ສະເໜີໃຫ້ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້, ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ແຕ່ລະສະຫະພັນກິລາແຫ່ງຊາດ ໃຫ້ເປັນເຈົ້າການໃນການສ້າງແຜນການເຄື່ອນໄຫວ, ຈັດການແຂ່ງຂັນໃຫ້ເປັນຂະບວນການຟົດຟື້ນ ໂດຍສົມທົບກັບທຸກພາກສ່ວນຂອງສັງຄົມເປັນເຈົ້າການຫຼາຍຂຶ້ນ, ພ້ອມທັງສະຫຼຸບສັງລວມຜົນການເຄື່ອນໄຫວຂອງສະຫະພັນກິລາຕົນ ໃຫ້ຄະນະກໍາມະການໂອແລມປິກແຫ່ງຊາດລາວເປັນປົກກະຕິ; ໃຫ້ກຳມະການຕ່າງໆຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍສະເພາະກຳມະການເຕັກນິກ ສ້າງແຜນຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງສະຫະພັນ, ສ້າງແຜນການກໍ່ສ້າງນັກກິລາ ໃຫ້ມີຈຸດສຸມ ແລະ ເປັນລະບົບຕໍ່ເນື່ອງ, ໃຫ້ຄະນະຮັບຜິດຊອບຂໍ້ມູນຂ່າວສານເກັບກຳ ແລະ ເຜີຍແຜ່ຜົນງານການເຂົ້າຮ່ວມ ນໍາບັນດາສະຫະພັນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າເຖິງຊາວໜຸ່ມເຍົາວະຊົນ ແລະ ແມ່ຍິງ ແນໃສ່ໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມການອອກກຳລັງກາຍ ແລະ ຫລິ້ນກິລາຫຼາຍຂຶ້ນ.
ພາບ-ຂ່າວ: ບຸນທະວີ ນະວົງສາ