ສຳເລັດການແຂ່ງຂັນກັອບ ມິດຕະພາບ ສະເຫຼີມສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກັອບ
28/01/2026

ສະຫະພັນກິລາກັອບແຫ່ງຊາດລາວ ຈັດການແຂ່ງຂັນກິລາຕີກັອບ ມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກັອບ ຫຼື “Laos Golf Application” ຢ່າງເປັນທາງການ ໃນວັນທີ 25 ມັງກອນ 2026 ທີ່ສະໜາມກັອບ ລາວຄັນທຣີຄລັບ (ຫຼັກ 14) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຮສ.ປອ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດລາວ, ມີບັນດາອະດີການນຳ, ແຂກຖືກເຊີນ ແລະ ນັກກິລາກັອບທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 100 ກວ່າຄົນ.
ການແຂ່ງຂັນກິລາກັອບໃນຄັ້ງນີ້ ແມ່ນຈັດຂຶ້ນເນື່ອງໃນໂອກາດເປີດນຳໃຊ້ແອັບພລິເຄຊັນ ລາວກັອບ ຫຼື “Laos Golf Application” ຢ່າງເປັນທາງການ ຊຶ່ງແອັບພລິເຄຊັນດັ່ງກ່າວ ແມ່ນຖືກອອກແບບດ້ວຍເອກະລັກຂອງຄົນລາວຢ່າງຊັດເຈນ ແລະ ຖືກພັດທະນາໃຫ້ມີຄຸນສົມບັດທີ່ຈຳເປັນຢ່າງຄົບຖ້ວນ ເພື່ອໃຫ້ນັກກິລາກັອບຂອງພວກເຮົານຳໃຊ້ໃນເວລາແຂ່ງຂັນ ຫຼື ຫຼິ້ນກິລາກັອບ ໂດຍແອັບນີ້ມີຫຼາຍຟັງຊັນທີ່ໜ້າສົນໃຈ, ຖືກອອກແບບຢ່າງປານີດ, ໃຊ້ງ່າຍ ແລະ ຜູ້ອອກແບບໄດ້ນຳປະສົບການຈາກແອັບກັອບຊັ້ນນຳທີ່ນິຍົມໃນທົ່ວໂລກ ໂດຍສະເພາະແມ່ນໃນສະຫະລັດອາເມຣິກາ ແລະ ການາດາ. ນອກຈາກນີ້, ທີມງານຍັງໄດ້ເດີນທາງໄປສຳຫຼວດສະໜາມກັອບຕ່າງໆໃນນະຄອນຫຼວງວຽງຈັນ, ພົບປະ ແລະ ປຶກສາຫາລືກັບສະຫະພັນກິລາກັອບຢ່າງລະອຽດທຸກຂັ້ນຕອນ ແລະ ໄດ້ມີການທົດລອງນຳໃຊ້ທັງໃນສະຫະລັດອາເມຣິກາ, ການາດາ ແລະ ສປປ ລາວເຮົາ ເພື່ອປັບປຸງ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຊຶ່ງຈຸດເດັ່ນຂອງແອັບດັ່ງກ່າວ ແມ່ນມີ 3 ຟັງຊັນ ຄື: ຟັງຊັນຄຳນວນ ແລະ ອັບເດດ ແຮນດີແຄັບ (Handicap), ຟັງຊັນ ກັອບ ຈີພີເອັດ (Golf GPS) ແລະ ຟັງຊັນ ໄລ ສະກໍ (Live Score).
ຜ່ານການແຂ່ງຂັນເປັນເວລາເກືອບ 1 ວັນເຕັມ ຜົນປະກົດວ່າ: ລາງວັນຕີໃກ້ຂຸມ (ຂຸມ 3 ພາ 5) ໄດ້ແກ່ ທ່ານ ນະວັດເດດ ແກ້ວວຽງຄຳ; ລາງວັນຕີໄກຂຸມ (ຂຸມ 15 ພາ 4) ໄດ້ແກ່ ທ່ານ ຄິມ ດອງ ກິວ; ຮຸ່ນອາວຸໂສ ອາຍຸ 65 ປີ ຂຶ້ນໄປ ອັນດັບທີ 1 ທ່ານ ນິວອນ ຍອຍສາຍຄຳ, ອັນດັບທີ 2 ທ່ານ ພູເພັດ ພຸດທະບັນດິດ ແລະ ອັນດັບທີ 3 ທ່ານ ກິ່ງມະໂນ ພົມມະຫາຊົນ; ສາຍ A ອັນດັບທີ 1 ຄິມ ຊັງ ຈິກ, ອັນດັບທີ 2 ທ່ານ ມຸນ ແຈ ຍັງ ແລະ ອັນດັບທີ 3 ທ່ານ ລີ ຈິນ ຊອບ; ສາຍ B ອັນດັບທີ 1 ທ່ານ ໄຊຍະເດດ ວົງໄຊ, ອັນດັບທີ 2 ທ່ານ ພູວົງ ອິນທະວົງ ແລະ ອັນດັບທີ 3 ທ່ານ ຈິງ ໂຕນ ແທັງ ທວນ; ສາຍ C ອັນດັບທີ 1 ທ່ານ ໄຊຍະແສງ, ອັນດັບທີ 2 ທ່ານ ຫງວຽນ ຈຸງ ແມັງ ແລະ ອັນດັບທີ 3 ທ່ານ ນາທານ ວູ; ລາຍການ Over All Low Gross ແຊ໋ມຕົກເປັນຂອງ ທ່ານ ກິດສະນຸ ປາກດີມະນີວົງ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026



