Skip to main content

ໂຮງຮຽນຊັບປັນຍາ ຈັດກິດຈະກໍາງານກິລາສີຄອບຄົວຊັບປັນຍາ ປະຈໍາປີ 2026

03/02/2026
ໂຮງຮຽນຊັບປັນຍາ ໄດ້ຈັດກິດຈະກໍາງານກິລາສີຄອບຄົວຊັບປັນຍາ ປະຈຳປີ 2026 ເມື່ອວັນທີ 31 ມັງກອນ 2026 ທີ່ໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດເຂົ້້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຜູ້ອຳນວຍການ ໂຮງຮຽນ ຊັບປັນຍາ, ທ່ານ ແດນນຽວ ລິມ ຜູ້ກໍ່ຕັ້ງ ໂຮງຮຽນ ຊັບປັນຍາ ພ້ອມດ້ວຍພະນັກງານ, ຄູອາຈານ , ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ຈິນດາ ພົນເຕຊາ ໄດ້ກ່າວວ່າ: ມື້ນີ້ເປັນມື້ສຳຄັນອີກມື້ໜຶ່ງຂອງໂຮງຮຽນ ທີ່ພວກເຮົາທຸກຄົນໄດ້ມາຮ່ວມກັນ ໃນກິດຈະກຳ ຄອບຄົວກິລາສີ ຊັບປັນຍາ 2026 ເຮົາຈະຈັດຂຶ້ນເປັນປະຈຳທຸກໆປີ ພາຍຫຼັງສຳເລັດການສອບເສັງ ພາກຮຽນ 1 ໂດຍປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ຈຸດປະສົງ ແມ່ນເພື່ອສົ່ງເສີມຄວາມແຂງແຮງງທາງດ້ານ ສຸຂະພາບ-ຮ່າງກາຍຂອງນ້ອງນັກຮຽນ ແລະ ສ້າງຄວາມສາມັກຄີພາຍໃນ-ພາຍນອກໃຫ້ກວ້າງຂວາງ, ຊຶ່ງການແຂ່ງຂັນບໍ່ແມ່ນເພື່ອຍາດເອົາໄຊຊະນະເທົ່ານັ້ນ ແຕ່ຍັງເປັນການຝຶກວິໄນ ຄວາມອົດທົນ ການເຮັດວຽກເປັນທີມ ແລະ ມີນນໍ້າໃຈນັກກິລາ ຢ່າງມີສັກສີ ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄຸນລັກສະນະທີ່ສຳຄັນທີ່ຈະກ້າວຄ່ຽງຄູ່ໄປກັບໄວ ຂອງນັກຮຽນທຸກຄົນ. ສະນັ້ນຂໍໃຫ້ນັກຮຽນ ແລະ ຜູ້ປົກຄອງທຸກຄົນ ຈົ່ງພ້ອມກັນເຂົ້່າຮ່ວມແຂ່ງຂັນດ້ວຍຄວາມຕັ້ງໃຈ ດ້ວຍຄວາມສາມາດ ເຄົາລົບກະຕິກາ ເພື່ອສະແດງເຖິງນໍ້າໃນນັກກິລາຢ່າງແທ້ຈິງ ແລະ ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ປອດໄພ.
ໃນພິທີ, ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຈາກນ້ອງນ້ອຍນັກຮຽນ ແລະ ຫຼິ້ນເກມຫຼາກຫຼາຍເກນເປັນຕົ້ນແມ່ນ ເກມອູ້ມລູກຕາມຫາຮັກ, ເກມສົ່ງລູກໃຫ້ເຖິງຝັ່ງ, ເກມອູ້ມລູກຜ່ານສິ່ງກິດຂວາງ, ສົ່ງລູກປິ່ງປ່ອງ, ເກມສົ່ງຮັກສົົ່ງຫ່ວງ, ທໍາລາຍລູກລະເບີດ, ໜີບກະຕຸກນໍໍ້າ, ຝາກຮັກໄປຕາມສາຍລົມ, ປະຄອງຮັກສາຍສໍາພັນຄອບຄົວ, ດຶງເຊືອກ, ເກມຕີບານໃຫຍ່, ແຂ່ງຂັນກິລາແລ່ນປະເພດ 100 ແມັດ, 200 ແມັດ, 400 ແມັດ, ເກມແລ່ນໄຖ່, ແລ່ນ 3 ຂາ, ພາຍເຮືອບົກ+ລົດໄຟປຸມເປົ້າ, ຕີປິ່ງປ່ອງ, ຕີດອກ ແລະ ເຕະບານຍິງ-ຊາຍ ນໍາອີກ.
ຂ່າວ: ບົວລະພາ