Skip to main content

ປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດ ຊຸດໃໝ່

10/02/2026
ປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ຊຸດທີ IV ປະຈໍາສົກປີ 2026-2029 ຢ່າງເປັນທາງການ ໂດຍແຕ່ງຕັ້ງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ເປັນປະທານສະຫະພັນ ສະໄໝທີ 2 ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2026 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ຕາງໜ້າ ຄອລ, ຄະນະບໍລິຫານງານສະຫະພັນ ແລະ ບັນດາຜູ້ສະໜັບສະໜູນ, ຕະຫຼອດຮອດສື່ມວ່ນຊົນເຂົ້າຮວ່ມ.
ໃນພິທີ, ທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສພກລ ໃຫ້ຮູ້ວ່າ: ຕະຫຼອດໄລຍະ III ປີທີ່ຜ່ານມາ (2022-2025) ສພກລ ໄດ້ມີການເຄື່ອນໄຫວ ແລະ ພັດທະນາກິລາເພາະກາຍຢ່າງເຕີບໃຫຍ່ຂະຫຍາຍໂຕຂອບເຂດທົ່ວປະເທດ ຊຶ່ງໄດ້ມີການເຄື່ອນໄຫວໃນການເປັນເຈົ້າການໃນການລະດົມທຶນງົບປະມານ 100 ເປີເຊັນ ມີການເຄື່ອນໄຫວແຂ່ງຂັນຢູ່ທັງພາຍໃນ ແລະ ຕ່າງປະເທດ. ຄ່ຽງຄູກັນນັ້ນ, ສພກລ ກໍຍັງຖືກຄັດເລືອກ ເປັນຄະນະຮອງປະທານສະຫະພັນກິລາເພາະກາຍອາຊຽນ ແລະ ຍັງໄດ້ຖືກຄັດເລືອກໄປເປັນ ກຳມະການຕັດສິນໃນການຈັດການແຂ່ງຂັນໃນເວທີລະດັບສາກົນອີກດວ້ຍ. ດັ່ງນັ້ນ, ຕະຫຼອດໄລຍະເວລາ 4 ປີທີ່ຜ່ານມາ ສພກລ ຍັງໄດ້ເລັງເຫັນຄວາມສໍາຄັນຕໍ່ການພັດທະນາກິລາເພາະກາຍ ຫຼື ວົງການເພາະກາຍຢ່າງຕໍ່ເນື່ອງໂດຍສະເພາະແມ່ນເຍົາວະຊົນຮຸ່ນສືບທອດ ໃຫ້ກາຍເປັນນັກກິລາເພາະກາຍທີມຊາດລາວໃນອະນາຄົດ ເຮັດໃຫ້ປັດຈຸບັນ ມີນັກກິລາເພາະກາຍທີມຊາດລາວ ມີທັງໝົດ 35 ຄົນ, ຍິງ 7 ຄົນ, ຊຶ່ງເຫັນໄດ້ວ່ານັກກິລາແມ່ນເພີ່ມຂື້ນຈາກປີ 2016-2019 ມີພຽງແຕ່ 15 ຄົນ, ຍິງ 3 ຄົນ.
ເຖິງຢ່າງໃດກໍດີ, ໃນປີ 2025 ພວກເຮົາສາມາດເກັບກໍາສະຖິຕິມີສູນອອກກໍາລັງກາຍທັງໝົດໃນທົ່ວປະເທດ ຈໍານວນ 85 ແຫ່ງ ກວມເອົາ 11 ແຂວງໃນທົ່ວປະເທດ ໃນນັ້ນປະກອບມີ: ນະຄອນຫຼວງວຽງຈັນ 65 ແຫ່ງ, ສະຫວັນນະເຂດ 4 ແຫ່ງ, ແຂວງວຽງຈັນ 3 ແຫ່ງ, ຈໍາປາສັກ 3 ແຫ່ງ, ແຂວງຫຼວງພະບາງ 3 ແຫ່ງ, ຊຽງຂວາງ 1 ແຫ່ງ, ອຸດົມໄຊ 1 ແຫ່ງ, ຊໍາເໜືອ 1 ແຫ່ງ, ອັດຕະປື 1 ແຫ່ງ, ບໍລິຄໍາໄຊ 2 ແຫ່ງ, ແຂວງຄໍາມ່ວນ 1 ແຫ່ງ ຈາກເດີມກ່ອນໜ້າປີ 2016 ມີພຽງແຕ່ 15 ແຫ່ງທົ່ວປະເທດ. ນອກນັ້ນ ສພກລ ຍັງໄດ້ຄາດຄະເນແຜນການເຄື່ອນ ໄຫວໃນ 4 ປີຕໍ່ໜ້າ (2026-2029) ຊຶ່ງມີຄວາມພ້ອມທີ່ຈະເປັນເຈົ້າພາບໃນການຈັດການແຂ່ງຂັນກິລາເພາະກາຍຊິງແຊ໋ມໂລກ ຄັ້ງທີ 17 ປີ 2026 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ແລະ ຈະພະຍາຍາມໃຫ້ໄດ້ເຂົ້າຮ່ວມລາຍການແຂ່ງຂັນໃນລະດັບອາຊຽນ, ອາຊີ ແລະ ຊີງແຊ໋ມໂລກ ໃຫ້ເປັນປົກກະຕິໃນທຸກໆປີ.
ໃນພິທີກໍໄດ້ມີການຜ່ານຂໍ້ຕົກລົງວ່າດວ້ຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສພກລ ຊຸດໃໝ່ ສົກປີ (2025-2029) ສະບັບເລກທີ 211/ສສກ, ນະຄອນຫຼວງວຽງຈັນ, ວັນທີ 21 ມັງກອນ 2026 ດັັ່ງນີ້: ແຕ່ງຕັ້ງຄະນະປະທານທີປຶກສາ ປະກອບມີ 3 ທ່ານ, ແຕ່ງຕັ້ງຄະນະບໍລິຫານງານ 17 ທ່ານ, ປະກອບມີປະທານ 1 ທ່ານ, ຮອງປະທານ 3 ທ່ານ, ຮອງປະທານ-ເລຂາທິການ 1 ທ່ານ, ຮອງເລຂາທິການ 1 ທ່ານ, ນາຍຄັງ 2 ທ່ານ ແລະ ເປັນກຳມະການອີກ 10 ທ່ານ, ໃນນັ້ນ ໂດຍແຕ່ງຕັ້ງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ສະໄໝທີ 2 ແລະ ແຕ່ງຕັ້ງທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ເປັນກຳມະການສະຫະພັນ ເພີ່ມອີກໜຶ່ງທ່ານ.
ນອກຈາກນັ້ນ, ໃນພິທີຜູ້ສະໜັບສະໜູນຍັງໄດ້ມອບເງິນອຸດໜູນຫຼາຍຮ້ອຍລ້ານກີບ ເພື່ອເປັນຂວັນ ແລະ ກຳລັງໃຈ ໃຫ້ກັບນັກກິລາເພາະກາຍທີມຊາດລາວ ທີ່ສາມາດສ້າງຜົນງານ ແລະ ສ້າງຊື່ສຽງໃຫ້ ສປປ ລາວເຮົາ.
ແລະ ໃນໂອກາດດຽວກັນ ບັນດາພາກສ່ວນ ກໍໄດ້ຮ່ວມກັນສະໜັບສະໜູນສະຫະພັນກິລາດັ່ງກ່າວ ເພື່ອກຽມເຄື່ອນໄຫວທັງພາຍໃນ ແລະ ຕ່າງປະເທດ 1 ຕື້ກວ່າກີບ ໂດຍສະເພາະແມ່ນກຽມເປັນເຈົ້າພາບທີ່ດີໃນການຈັດແຂ່ງຂັນຊີງແຊ໋ມໂລກ ໃນປີ 2026ນີ້ອີກດ້ວຍ.
ພາບໂດຍ: ສົງການ ພັນແພງດີ
ຂ່າວໂດຍ: ການຈະນາ ວົງປັນຍາ