ມສ ເກົ່າເກິ່ງ ຄອງແຊ໋ມເຕະບານ ຈີເອັດ ແບັດເຕີຣີ ຄັບ 2026 ຮຸ່ນນັກຮຽນມັດທະຍົມທົ່ວແຂວງຈຳປາສັກ
23/02/2026

ໃນລະຫວ່າງວັນທີ 20-21 ກຸມພາ 2026 ທີ່ສະໜາມກິລາແຂວງຈຳປາສັກ ໄດ້ມີການແຂ່ງຂັນກິລາເຕະບານ 7 ຄົນ ລາຍການ ຈີເອັດ ແບັດເຕີຣີ ຄັບ 2026 ຫຼື “GS BATTETRY CUP 2026” ຮຸ່ນນັກຮຽນມັດທະຍົມສຶກສາ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ການແຂ່ງຂັນກິລາເຕະບານໃນຄັ້ງນີ້ ມີທັງໝົດ 10 ທີມເຂົ້າຮ່ວມ ທີ່ມາຈາກໂຮງຮຽນມັດທະຍົມສຶກສາ ໃນ 9 ເມືອງ ແລະ 1 ນະຄອນຂອງແຂວງຈຳປາສັກ ປະກອບມີ: ມສ ເຊລະບຳ, ມສ ຈຳປາສັກ, ມສ ເກົ່າເກິ່ງ, ມສ ໂພນໄຊ, ມສ ປະທຸມພອນ, ມສ ພູບາຈຽງ, ມສ ຂົວຕະພານ, ມສ ສຸກສຳພັນ, ມສ ປາກຊ່ອງ ແລະ ມສ ດົງຍາງ. ໂດຍລາຍການນີ້ ຊີງເງິນລາງວັນລວມເຖິງ 16,000,000 ກີບ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ມສ ເກົ່າເກິ່ງ ຈາກເມືອງໂພນທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 8,000,000 ກີບ ແລະ ຫຼຽນ; ອັນດັບທີ 2 ມສ ປະທຸມພອນ ຈາກເມືອງປະທຸມພອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5,000,000 ກີບ ແລະ ຫຼຽນ; ອັນດັບທີ 3 ມສ ປາກຊ່ອງ ຈາກເມືອງປາກຊ່ອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3,000,000 ກີບ ແລະ ຫຼຽນ; ອັນດັບທີ 4 ມສ ຂົວຕະພານ ຈາກນະຄອນປາກເຊ ໄດ້ຮັບເງິນລາງວັນ 1,000,000 ກີບ.
ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນຂອງ ທ່ານ ສິດທິພົງ ໄຊຍະມົງຄຸນ ປະທານສະຫະພັນກິລາເປຕັງແຂວງຈຳປາສັກ ແລະ ທ່ານ ສົມດີ ໄຊຍະມົງຄຸນ ນັກທຸລະກິດ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ ແລະ ນັກກິລາຢ່າງພ້ອມພຽງ.
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


